ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນຜູ້ມີຍົດຖາບັນດາສັກ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນຜູ້ມີຍົດຖາບັນດາສັກ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຄະນະຜູ້ແທນຜູ້ມີຍົດຖາບັນດາສັກ
(ພາບ: baochinhphu)


(vovworld) –​ ຕອນ​ບ່າຍ​ວັນ​ທີ 04/02, ທີ່​ກາ​ນ​ຕ້ອນ​ຮັບ​ສູນ​ກາງ​ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ໂດຍ​ພະ​ມະ​ຫາ​ອາ​ຈານ ທິກ​ທ້ຽນ​ເຍີນ, ປະ​ທານ​ສະ​ພາບ​ບໍ​ລິ​ຫານ​ງານ​​ພຸດ​ທະ​ສາ​ສະ​ໜາ ນຳ​ໜ້າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ບຸນ​ເຕັດ​ເຖິງ​ພະ​ມະ​ຫາ​ອາ​ຈານ ພ້ອມ​ກັບ​ບັນ​ດາພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ພາຍ​ໃນ ແລະ ຕ່າງ​ປະ​ເທດ ມີ​ສຸ​ຂ​ະ​ພາບ​ເຂັ້ມ​ແຂງ, ​ມີ​ຄວາມສະ​ຫງົບ​ສຸກ ແລະ ບັນ​ລຸ​ໄ​ດ້​ຜົນ​ງານ​​ທຸກດ້ານ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ສະ​ມ​າ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ທຸກ​ຂັ້ນ ຮຽກ​ຮ້ອງ​ປະ​ຊາ​ຊົນ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ພຸດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​​ຈົ່ງສາມັກ​ຄີ​ກັນ ໃນສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ, ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ອື່ນໆ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັ້ນ​ຮັກ​ຊາດ, ປັບ​ປຸງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ​້​ການ​ຕ້ອນ​ຮັບ​​ຄະ​ນະ​ຜູ້​ແທນສະ​ພາ​ສັງ​ຄະ​ລາດ​ຫວຽດ​ນາມ ໂດຍສັງ​ຄະ​​ນາ​ຍົກ ບຸຍ​ວັນ​ດອກ, ປະ​ທານ​ສະ​ພາ​ສັງ​ຄະ​ລາດ​ຫວຽດ​ນາມ ນຳ​ໜ້າ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ໄດ້​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ລັດ​ຫວຽດ​ນາມ ກໍ່​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ ແລະ ຢ​ືນ​ຢັນ​ວ່າ, ນັ້ນ​ແມ່ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເພື່ອ​ຕອບ​ສະ​ໜອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັບ​ຊອບ​ທຳ​ຂອງ​ບັນ​ດາ​ສາ​ສະ​ນິກ​ກະ​ຊົນສາ​ສະ​ໜາຕ່າງໆ.

ຂ່າວ/ບົດ​ອື່ນ