ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ຕາງໜ້າລັດHessen,ສ.ສະຫະພັນເຢຍລະມັນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ຕາງໜ້າລັດHessen,ສ.ສະຫະພັນເຢຍລະມັນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຜູ້ຕາງໜ້າລັດHessen,ສ.ສະຫະພັນເຢຍລະມັນ
(ພາບ: TTXVN)

(vovworld) –​ ​ ​​ວັນ​ທີ 29/02, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ​້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ລິ​ຍາ​ເອກ Kambiz Ghawami, ຜູ້​ຕາງ​ໜ້າ​ລັດ Hessen, ປະ​ທານ​ອົງ​ການ​ໜູນ​ຊ່ວຍ​ມະ​ຫາ​ວິ​ທະ​ຍາ​ໄລ​ໂລ​ກ​ຂອງ​ເຢຍ​ລະ​ມັນ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ຕີ​ລາ​ຄາ​ສ​ູງ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ສຶກ​ສາ, ບ​ຳ​ລຸງ​ສ້າງ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ Hessen, ໂຄງ​ການ​ຮ່ວມ​ມືກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ເຢຍ​ລະ​ມັ​ນ, ຖືນີ້​ແມ່ນ​ແບບ​ຢ່າງ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ທ້ອ​ງ​ຖິ່ນ​ຕ່າງ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ລັດ Hessen ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ກັບ​ຫວຽດ​ນາມ ໃນ​ຂົງ​ເຂດ​ສຶກ​ສາ, ບ​ຳ​ລ​ຸງ​ສ້າງ, ສືບ​ຕໍ່​ແລກ​ປ່ຽນ​ບົດ​ຮຽນ​ເພື່ອ​ຊອກ​ຫາ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ ແລະ ວິ​ທະ​ຍາ​ເສດ​ເຕັກ​ໂນ​ໂລ​ຊ​ີ, ພິ​ເສດ​ແມ່ນ​ການ​ສົມ​ທົບ​ກັນ​ຄົ້ນ​ຄວ້າ, ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

      ທ່ານ​ປະ​ລິ​ຍາ​ເອກ Kambiz Ghawami ໃຫ້​ຮູ້​ວ່າ, ​ຍາມ​ໃດອຳ​ນາດ​ການ​ປົກ​ຄອ​ງ​ລັດ  Hessen ກໍ​ຕີ​ລ​າ​ຄ​າ​ສູງ ແລະ ເ​ອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽ​ດ​ນາມ, ໃນ​ນັ້ນ​ມີກ​ານ​ສຶກ​ສາ, ບ​ຳລຸງ​ສ້າງ​ຊຶ່ງ​ແມ່ນ​ຂົງ​ເຂດ​ຈຸດ​ສຸມ. ທ່ານ Kambiz Ghawami ໄດ້​ແຈ້ງ​ໃຫ້​​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ຊາບກ່ຽວ​ກັບ​ລະ​ດັບ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບາງ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ Hessen ກັບ ຫວຽດ​ນາມ​.

ຂ່າວ/ບົດ​ອື່ນ