ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍ
(ພາບ: VGP)


(vovworld) - ​ ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ​ໃນ​ວັນ​ທີ 1/9 ຢູ່​ຮ່າ​ໂນ້ຍ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ຊົມ​ເຊີຍ ​ແລະ ຂອບ​ອົກ​ຂອງ​ໃຈທ່ານ​ນາງຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ Men Xom On ​ແລະ ຄະນະ​ຜູ້​ແທນ​ກຳປູ​ເຈຍ ທີ່​ໄດ້​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ພິທີສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ສຳ​ເລັດ​ຜົນ, ​ແລະ ວັນຊາດ 2/9 ຂອງ​ຫວຽດນາມ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ຫວຽດນາ  ​ແລະ ກຳປູ​ເຈຍ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ມູນ​ເຊື້ອ​ສາມັກຄີ, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ​ເສລີພາບ​ໃຫ້​ປະ​ເທດ, ຍາມ​ໃດ​ປະຊາຊົນ​ຫວຽດນາມ ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ອັນ​ລຳ້​ຄ່າ ຈາກ​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນ​ມີ​ປະຊາຊົນ ກຳປູ​ເຈຍ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ສືບ​ຕໍ່​ສົມທົບ​ກັນ ​ເພື່ອ​ແນ​ໃສ່​ສຳ​ເລັດ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ.

 

ຂ່າວ/ບົດ​ອື່ນ