ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບແມ່ຫວຽດນາມວິລະຊົນແຂວງຕ່ຽນຢາງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບແມ່ຫວຽດນາມວິລະຊົນແຂວງຕ່ຽນຢາງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ຕ້ອນຮັບ
​ຄະນະ​ຜູ້​ແທນແມ່ ຫວຽດນາມ ວິລະ​ຊົນ
(ພາບ: VGP/Leson)

(vovworld) – ຕອນ​ບ່າຍ​ວັນ​ທີ​ 26/8, ຢູ່​ສຳນັກງານ​ລັດ​ຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນແມ່ ຫວຽດນາມ ວິລະ​ຊົນ 20 ​ຄົນ​ຂອງແຂວງ ຕ່ຽນຢາງ ​ເນື່ອງ​ໃນ​ໂອກາດຄະນະ​ມາ​ຢ້ຽ​ມຢາມ​ນະຄອນຫລວງ ​ແລະ ​ເຂົ້າ​ສຸສານ​ໄຫວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດ​ຖະມົນ​ຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ: ປະ​ເທດ​ຊາດ​ນັບ​ມື້​ນັບ​ຮັ່ງມີ​​ເຂັ້ມ​ແຂງ, ປະຊາຊົນ​ມີ​ຄວາມອິ່ມໜຳ​ສຳລານ ​ແລະ ມີ​ຄວາມຜາ​ສຸກ, ນັ້ນ​ແມ່ນ​ບຸນຄຸນ​ອັນ​ໃຫຍ່​ຫລວງຂອງ​ບັນດາ​ແມ່​ຫວຽດນາມ ວິລະ​ຊົນທີ່​ໄດ້​ປະກອບສ່ວນ​ໃຫ້ ການ​ຕໍ່ສູ້​2 ຄັ້ງ, ຕ້ານລ່າ​ເມືອງ​ຂື້ນຝະຣັ່ງ ​ແລະ ຈັກກະພັດ ອາ​ເມ​ລິ​ກາ.    

                ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ດ້ວຍ​ຈິດ​ໃຈ​ຮັບຜິດຊອບ, ອາລົມ​ຈິດ ​ແລະ ຄວາມຮູ້​ບຸນຄຸນ, ​ແຂວງ ຕ່ຽນຢາງ ​ຕ້ອງ​ໜູນ​ຊ່ວຍ​ຫລາຍ​ກ່ວາ​ອີກ ​ເພື່ອ​​ໃຫ້ບັນດາ​ແມ່ ຫວຽດນາມ ວິລະ​ຊົນ, ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວຜູ້​ມີ​ຄຸນງາມຄວາມດີມີ​ຊີວິດ​ການ​ເປັນ​ຢູ່​ດີ​ກ່ວາ​ເກົ່າ, ລູກ​ຫຼານບັນດາ​ແມ່​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ຢູ່​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ກໍ​ຫວັງ​ວ່າ: ບັນດາ​ແມ່​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມຜາ​ສຸກ, ສືບ​ຕໍ່​ເປັນ​ແບບຢ່າງ​ສຶກສາ​ມູນ​ເຊື້ອ​ໃຫ້​ລູກ​ຫຼານ.

ຂ່າວ/ບົດ​ອື່ນ