ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກພົບປະເຈລະຈາກັບນາຍົກລັດຖະມົນຕີຫຼີເຄີຊຽງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກພົບປະເຈລະຈາກັບນາຍົກລັດຖະມົນຕີຫຼີເຄີຊຽງ - ảnh 1
(ທ່ານ ຫງວຽນ​ຊວນ​ຟູ໋ກ ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ ຫຼີ​ເຄີ​ຊຽງ)

vovworld) – ​ ​ ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສາທາລະນະ​ລັດ​ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ, ວັນ​ທີ 16/9, ຢູ່​ປັກ​ກິ່ງ, ຈີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟູ໋ກ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດກໍ​ຍືດໝັ້ນ​​ແນວ​ທາງ​ການ​ຕ່າງປະ​ເທດ​ສັນຕິພາບ, ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ຫັນ​​ເປັນຫລາຍ​ຝ່າຍ, ​ຫລາຍ​ຮູບ​ຫລາຍ​ແບບ; ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ຢ່າງ​ມີ​ສະຖຽນລະ​ພາບ, ໝັ້ນຄົງ ​ແລະ ສະເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ສະ​ເໜີ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ ​ເອົາ​ໃຈ​ໃສ່, ຊີ້​ນຳ​ບັນດາ​ຂັ້ນ, ຂະ​ແໜງການ ​ແລະ ທ້ອງ​ຖິ່ນຂອງ ຈີນ ຜັນ​ຂະ​ຫຍາ​ຍບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມ ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ຢ່າງ​ມີ​ປະສິດທິ​ຜົນ; ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​​ໃຫ້ພັດທະນາ​​ເປັນ​ປົກກະຕິ, ສົມ​ດູ​ນ ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆຂອງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ເພີ່ມ​ທະວີ​ການ​ພົບ​ປະແລກປ່ຽນ, ການຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​ເຂດ​ຊາຍ​ແດນ; ຄວບ​ຄຸມຄວາມ​ບໍ່​ລົງ​ລອຍກັນ​ບົນ​ທະ​ເລ​, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ໃຫ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ທ່າ​ອຽງ​ ​ປັບປຸງ ​ແລະ ພັດທະນາ​ຂອງ​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ຈີນ.

        ​ເຫັນ​ດີ​ກັບ​ບັນດາ​ບັນຫາດັ່ງ​ກາວ, ທ່ານ​ນາຍົກລັດຖະມົ​ນຕີ ຫຼີ​ເຄີ​ຊຽງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຈີນ ​ຖື​ເປັນ​ຄຳ​ຄັນ ​ແລະ ຍືດໝັ້ນ​ທິດ​ນຳ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ, ປາດ​ຖະໜາ​ຢາກ​ຮັກສາ​ການ​ແລກປ່ຽນ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ, ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ ຫວຽດນາມ ກຳ​ແໜ້ນ​ທ່າ​ອຽງ​ພັດທະນາ​ການ​ພົວພັນລະຫວ່າງ 2 ປະ​ເທດ, ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງໃນ​ບັນດາ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ​, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ມີ​ການ​ເຮັດ​ວຽກ​ກັບທ່ານ ວ໋າງຈີ໋ຊາງ ກຳ​ມະ​ການ​ປະຈຳ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ກຳມະການ​ກວດກາ​ລະບຽບ​ວິ​ໃນ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ. 2 ຝ່າຍ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ​ພັກ; ກວດກາ, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາ​ອົງການ​ກວດກາ​ຂອງ 2 ພັກ, 2 ລັດ, ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ຕໍ່ສູ້, ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

 

ຂ່າວ/ບົດ​ອື່ນ