ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຢ້ຽມຢາມສິງກະໂປຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຢ້ຽມຢາມສິງກະໂປຢ່າງເປັນທາງການ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ແລະ ທ່ານ Eddie Teo
(ພາບ: VGP/le Son)

(vovworld) – ​ໂດຍ​ໄດ້​ຮັບຄຳ​ເຊີນ​ຂອງ​ລັດຖະບານ ສິງກະ​ໂປ ​ແລະ ລາຍການ “​ເພື່ອນ​ມິດ​ຂອງ ຫຼີກ​ວນຢູ ” , ວັນ​ທີ 10/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຫວຽດນາມ ​ໄປຢ້ຽມຢາມ ສິງກະ​ໂປ. ຕອນ​ຄຳ່ວັນ​ທີ 10/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​​​ໄດ້​ຕ້ອນຮັບ ​ແລະ ​ເຂົ້າ​ຮ່ວມ​ງານ​ລ້ຽງ​ກັບ​ທ່ານ Eddie Teo ປະທານ​ລາຍການ “​ເພື່ອນ​ມິດ​ຂອງ ຫຼີກ​ວນຢູ ” ທັງ​ເປັນ​ປະທານ​ຄະນະ​ກຳມະການ​ບໍລິການ​ພາກ​ລັດ ສິງກະ​ໂປ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ ຕີ​ລາຄາ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາ​ມ - ສິງກະ​ໂປ ພວມ​​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ ​ຈາກ​ການ​ພົວພັນ​ດ້ານ​ການ​​ເມືອງ​ຢ່າງ​ແໜ້ນ​ແຟ້ນ ຕະຫຼອດ​ຮອດ​ການ​ຮ່ວມ​ມື​​ໃນ​ທຸກໆ​ຂົງ​ເຂດ​ຢ່າງມີ​ປະສິດທິ​ຜົນຄື: ການ​ຄ້າ, ການ​ລົງທຶນ, ການສຶກສາ, ທ່ອງ​ທ່ຽວ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ບົນ​ພື້ນ​ຖານບັນດາ​ຫຼັກການ​ໄວ້​ເນື້ອ​ເຊື່ອ​ໃຈ​,  ເຄົາລົບ​ເຊີ່ງ​ກັນ ​ແລະ​ ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ປາດ​ຖະໜາ​ວ່າ: ຜ່ານ​ການ​ຢ້ຽມ​ຢາມຄັ້ງ​ນີ້, 2 ຝ່າຍ​ຈະ​ແລກ​ປ່ຽນມາດ​ຕະການຕ່າງໆ​ຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ສະ​ເໜີມາດ​ຕະການ​ໃຫ້​ແກ່​ບັນດາ​ບັນຫາ​ໃຫຍ່​ຂອງ​ປ​ະ​ເທດ​ ​ເຊິ່ງ​ຫວຽດນາມ ພວມ​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ.

        ​ຕີ​ລາຄາ​ສູງບັນດາ​ຜົນງານ​​ໃນ​ການພັດທະນາ​​ເສດຖະກິດ, ສັງຄົມ​ຂອງ ຫວຽດນາມ, ທ່ານ Eddie Teo ຢືນຢັນ​ວ່າ: ສິງກະ​ໂປ ຍາມ​ໃດ​ກໍ່​​ໃຫ້​ບຸລິມະສິດ​ສູງ​​ແກ່ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ. ສິງກະ​ໂປ ພ້ອມ​ແລ້ວ​ທີ່​ຈະໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງສິງກະ​ໂປ ມີ​ທ່າ​ແຮງ.
ຂ່າວ/ບົດ​ອື່ນ