ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກຢ້ຽມຢາມສະຖານທູດຫວຽດນາມປະຈຳຈີນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກຢ້ຽມຢາມສະຖານທູດຫວຽດນາມປະຈຳຈີນ - ảnh 1
( ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ແລະ
ພະນັກງານ ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ຈີນ )

(vovworld) – ​​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ຈີນ ຢ່າງ​ເປັນ​ທາງ​ການ, ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ຈີນ - ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ດ້ານການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ ຄັ້ງທີ 12 ຢູ່ ກວາງຊີ, ຈີນ. ຕອນ​ຄ່ຳ​ວັນ​ທີ 16/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ພ້ອມ​ກັນຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​​ໄດ້ມາ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ຈີນ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ຮຽກຮ້ອງ​ທັງ​ໝົດ​ພະນັກງານ ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ຈີນ ທຸກ​ຄົນສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ, ຊາບ​ຊຶມ​ແນວທາງ​ການ​ຕ່າງປະ​ເທດຂອງ​ພັກ ​ແລະ ລັດ, ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ ຫວຽດນາມ - ຈີນ ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ຈີນ ​ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະຖານທູດ ຫວຽດນາມ ຈຳ​ປຳ ຈີນ ຕ້ອງ​ແມ່ນ​ຂົວ​ຕໍ່​ໃຫ້ການ​ພັດ​ທະ​ນາ​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ຈີນ. ພ້ອມ​ກັນ​ນັ້ນ, ຕ້ອງ​ຍືດໝັ້ນ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜຶນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ເສດຖະກິດ​ການ​ຄ້າ, ​ເຮັດ​​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ໃຫ້​ດີ, ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ​ອອກແຮງ​ງານ ​ແລະ ຮ່ຳຮຽນ​ຢູ່ ຈີນ ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ