ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສະມາຄົມຄິດທະສາສະໜາຫວຽດນາມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສະມາຄົມຄິດທະສາສະໜາຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ມອບ​ຂອງຂວັນ​ໃຫ້​ສະມາຄົມຄິດ​ທະ​ສາສະໜາ ຫວຽດນາມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 13/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ສະມາຄົມຄິດ​ທະ​ສາສະໜາ ຫວຽດນາມ ​ແລະ ພໍ່​​ແມ່​ປະຊາຊົນສາສະນິກກະຊົນຢູ່​ນະຄອນ ດ່າ​ໜັງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ ​ແລະ ລັດ​ຍາມ​​ໃດ​ກໍ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ປະຊາຊົນ​ເຄື່ອນ​ໄຫວສາສະໜາຢ່າງການ​ເສລີ​ຖືກຕາມຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ...​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ: ສະມາຄົມ​ຄິດ​ທະສາສະໜາ ຫວຽດນາມ ສືບ​ຕໍ່ຕອບ​ສະໜອງ​ບັນດາ​ຂະ​ບວນການ​ຢູ່​ທ້ອງ​ຖິ່ນ, ປົກ​ປັກ​ຮັກ​ສາຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົ​ນ, ສາມັກຄີ​ລະຫວ່າງ​ຜູ້​ເຊື່ອ​ຖື​ສາສະໜາ ​ແລະ ບໍ່​ເຊື່ອ​ຖື​ສາສະໜາ​ຢູ່​ໃນ​ສິນ,ກິນ​ໃນ​ທຳ.

                                                      

 

ຂ່າວ/ບົດ​ອື່ນ