ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມອີຣານຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມອີຣານຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mohammad Shariatmadari
(ພາບ: chinhphu.vn)


(​vovworld) – ​ ​ວັນ​ທີ 14/10, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອີ​ຣານ ຢ່າງ​ເປັນ​ທາງ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mohammad Shariatmadari. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາອ​ີກ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ສືບ​ຕໍ່​ສົມ​ທົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ​ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄ​ສ​ສາ​ກົນ ແລະ ຫຼາຍ​ຝ່າຍ​ຄື ສ​ປ​ຊ ແລະ ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ. 2 ຝ່າຍກໍ່​ລ້ວນ​ແຕ່​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ລະ​ດັບ​ 500 ລ້ານ USD ໃນ​ປີ​ໜ້າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​​ເໜີລັດ​ຖະບານ ອີ​ຣານ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ເຄື່ອງ​ໃຊ້​ສອຍ​ໄປ​ຍັງ ອ​ີ​ຣານ, ພ້ອມ​ທັງ​ຊົມ​ເຊີຍ ແລະ ຢັ້ງ​ຢືນ​ຈະ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ສິນ​ຄ້າຂອງ ອີ​ຣານ ມ​ີ​ໜ້າ​ຢູ່​ຕະຫຼາດ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດ ອີຣານ ເຂົ້າ​ຫວຽດ​ນາມ ຮ່ວມ​ມື​ດຳ​ເນ​ີນ​ທຸ​ລະ​ກິດ ແລະ ລົງ​ທຶນຫຼາຍ​ກ່​ວາ​ອີກ. ສ່ວນ​ທ່ານ​ຮອງ​ປະ​ທາ​ນາ​ທີ​ບໍ​ດ​ີ ອີ​ຣານ ຢືນ​ຢັນ​ວ່າ: ອີ​ຣານ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​​ສາຍພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ຫວຽດ​ນາມ ຄື​ດັ່ງ​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍ​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ພາກ​ພື້ນ ອາ​ຊຽນ ແລະ ອາ​ຊ​ີ - ປາ​ຊີ​ຟິກ.

        ເນື່ອງ​ໃນ​ການ​ຢ້​ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື 4 ສະ​ບັບ.


ຂ່າວ/ບົດ​ອື່ນ