ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແຂວງບີ່ງເຟືອກ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແຂວງບີ່ງເຟືອກ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແຂວງບີ່ງເຟືອກ

(vovworld) - ຕອນ​ເຊົ້າ​ວັນ​ທີ 22/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ລົງ​ເຮັດ​ວຽກກັບ​ແຂວງ ບີງ​ເຟືອກ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ຂອບ​ຂະ​ໜາດ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ ບີ່ງ​ເຟືອກ ຍັງ​ນ້ອຍ, ຄຸນ​ນະ​ພາບແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຍັງ​ຕ່ຳ​ຢູ່, ວຽກ​ງານ​ປະ​ຕິ​ຮູບ​ບໍ​ລິ​ຫານບໍ່​ທັນ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ບີ່ງ​ເຟືອກ ໃນ​ໄລ​ຍະ​ຈະ​ມາ​ເຖິງຕ້ອງ​ຜັນ​ຂະ​ຫຍາຍ​​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​​ກິດ, ສັງ​ຄົມ​ຂອງ​ປີ 2015 ຢ່າງ​ຄົບ​ຊຸດ, ​ຂ້ຽວ​ຂາດ, ຍູ້​ແຮງ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ຮ້ອງ​ຟ້ອງ​​ທີ່​ຄຸມ​ເຄືອແກ່​ຍາວ, ສຸມກ​ຳ​ລັງປາບ​ປາມ​ອາດ​ຊະ​ຍາ​ກຳ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ມະ​ແມ 2015.


ຂ່າວ/ບົດ​ອື່ນ