ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະອວຍພອນບຸນເຕັດຢູ່ຫາຍເຢືອງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະອວຍພອນບຸນເຕັດຢູ່ຫາຍເຢືອງ - ảnh 1
ທ່ານ ຫງວຽ​ນຊວນ​ຟຸກ ອວຍພອນ​ບຸດ​​ເຕັດ​ພະນັກງານ
 ລັດຖະ​ກອນສະ​ຖາ​ບັນຕົ້ນ​ທັນ​ຍາ​ຫານ ​ແລະ ອາຫານ
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 14/02 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽ​ນຊວນ​ຟຸກ ​ໄດ້​ລົງ​​ແຂວງ ຫາຍ​ເຢືອງ ​ເພື່ອຢ້ຽມຢາມ ​ແລະ ອວຍພອນ​ບຸນເຕັດ​ພະນັກງານ, ລັດຖະ​ກອນສະ​ຖາ​ບັນຕົ້ນ​ທັນ​ຍາ​ຫານ ​ແລະ ອາຫານ (​ເມືອງ ຢາຫລົກ), ອວຍພອນ​ບຸນ​ເຕັດ​ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ​ຊົນນະບົດ​ໃໝ່ ຮົ່ງທ໋າຍ (​ເມືອງ ນີງຢາງ). ​ເມື່ອ​ຢ້ຽມຢາມ​ເຂດ​ຄົ້ນຄວ້າ​ແນວປູກ, ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ຕ່າງໆ​ທີ່​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຄົ້ນຄວ້າ ​ແລະ ຖ່າຍ​ທອດຄວາມ​ກ້າວໜ້າ​ເຕັກ​ນິກການ​ປູກ​ຕົ້ນ​ທັນ​ຍາ​ຫານ ​ແລະ ຫາ​ຫານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮັບ​ຮູ້ຜົນງານ​ຂອງສະ​ຖາ​ບັນ ຊຶ່ງ​ໄດ້​ຄົ້ນຄວ້າ, ມອບ​ໂອນ​ແນວ​ປູກ​ໃໝ່ຫລາຍ​ຊະນິດທີ່​​ໃຫ້ສະມັດ​ຕະພາບ​ສູງ, ຄຸນ​ນະພາ​ບດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ສະ​ຖາ​ບັນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຊິ່ງການອະນຸລັກ​ຮັກສາ​ຂຸດ​ຄົ້ນ​ແຫຼ່ງພັນທຸ​ກຳ​​ແນວ​ປູກ​ທີ່​ດີ, ມີທ່າ​ແຮ​ງ.

        ​​ເມື່ອຖະຫວາຍທູບ​ທຽນ ​ແລະ ປູກ​ຕົ້ນໄມ້ທີ່​ລະນຶກ​ຢູ່​ເຂດອະນຸສອນ​ສະຖານປະທານ​ໂຮ່ຈີ​ມິນ ຂຶ້ນ​ກັບ​ຕາ​ແສງ ຮົ່ງທ໋າຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຢ້ຽມຢາມ​ຖາມ​ຂ່າວ, ​ໂອ້​ລົມ​ກັບ​ປະຊາຊົນ​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ອຳນາດ​ການ​ປົກຄອງ, ປະຊາຊົນ​ທ້ອງ​ຖິ່ນ​ສືບ​ຕໍ່​ສາມັກ​ຄີ, ສູ້​ຊົນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້ຮັ່ງມີ​ເຂັ້ມ​ແຂງ, ສີວິ​ໄລ, ກໍ່ສ້າງ​ຕາ​ແສງ ຮົ່ງທ໋າຍກາຍ​ເປັນຕາ​ແສງ​ວັດທະນະທຳ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ລົງຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນຊັ້ນອະນຸບານຢູ່​ໂຮງຮຽນ​ອະນຸບານ ຮົ່ງທ໋າຍ.

ຂ່າວ/ບົດ​ອື່ນ