ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງຢຸຍຊວຽນແຂວງກວາງນາມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງຢຸຍຊວຽນແຂວງກວາງນາມ - ảnh 1
(ທ່ານ ຫງວຽນ​ຊວນ​ຟຸ໋ກ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ
 ກວາງ​ນາມ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ ຢຸຍຊວຽນ)

(vovworld) – ​ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 4/10, ຢູ່​ແຕ​ແສງ ຢຸຍ​ເຊີນ, ທ່ານ ຫງວຽນ​ຊວນ​ຟຸ໋ກ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ນາມ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ ຢຸຍຊວຽນ. ພາຍຫລັງ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​​ຂອງບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ຮັບ​ຮູ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ພໍ່​ແມ່​ປະຊາຊົນ ​ແລະ ຈະລາຍ​ງານ​ຕໍ່ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ, ​ແກ້​ໄຂ​ບັນດາ​ບັນຫາ​ອັນ​ຮີບ​ດ່ວນ​ຢູ່ຮາກ​ຖານ​ເທື່ອ​ລະ​ກ້າວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ພັດ, ລັດ, ສະພາ​ແຫ່ງ​ຊາດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ຄົນ​ທຸກ​ຍາກ, ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການປະຕິວັດ, ​ເປົ້າ​ໝາຍ​ສັງຄົມ.

 

ຂ່າວ/ບົດ​ອື່ນ