ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມອີຣານຢ່າງຈົບງາມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມອີຣານຢ່າງຈົບງາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ (ຂວາ) ແລະ ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ່​ໜຶ່ງ ອີ​ຣານ Eshaq Jahangiri
(ພາບ: VGP/Lê Sơn)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 15/10 (ຕາ​ມ​ເວ​ລາ​ທ້ອງ​ຖີ່ນ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ເຕ​ເຮ​ຣານ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ. ອິດ​ສະ​ລາມ ອີ​ຣານ ແຕ່​ວັນ​ທີ 13 – 15/10/2014. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ອີ​ຣານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ່​ໜຶ່ງ ອີ​ຣານ Eshaq Jahangiri, ດຳ​ເນີນການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​​ບໍ​ລິ​ຫ​ານ Mohammad Shariatmadari ພ້ອມ​ກັບ​ກ​ານ​ນຳ​ຂັ້ນ​ສ​ູງ​​ອີກຫຼາຍ​ທ່ານ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ກາ​ນ​ທູດ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ 2 ປະ​ເທດ, ຍູ້​ແຮງ​ການ​ພົວ​ພັນ​ສະ​ພາ​ແຫ່ງ​ຊາດ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ປະ​ຈຳ.

        ກ່ຽວ​ກັບ​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື​່ນໆ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສ​ັນ​ຄວນ​ດຳ​ເນີນ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ກຳ​ມະ​ການ​ປະ​ສົມ ຫວຽດ​ນາມ - ອີ​ຣານ ເພື່ອກວດ​ກາ​ປະ​ສິດ​ທິ​ພ​າ​ບ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ, ວາງ​ອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ