ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມຈະຈັດຕັ້ງງານບຸນໃຫຍ່Vesak2014ຢ່າງສົມກຽດ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມຈະຈັດຕັ້ງງານບຸນໃຫຍ່Vesak2014ຢ່າງສົມກຽດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 19/3, ທີ່​ການ​ປະຊຸມ​ກັບ​ການ​ນຳ​​ບາງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ ຜູ້ຕາງໜ້າ​ສູນ​ກາງ​ສະມຄົມ​ພຸດທະ​ສາສະໜາ ຫວຽດນາມ ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ງານ​ບຸ​ນວິສາຂະ​ບູຊາ ສະຫະ​ປະຊາ​ຊາດ - Vesak 2014 ຢູ່ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ ການຈັດ​ຕັ້ງ​ງານ​ບຸນ ວິສາຂະບູຊາ Vesak 2014 ຢູ່ ຫວຽດນາມ ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ດ້ານ​ການ​ເມືອງ, ສັງຄົມ. ດັ່ງ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ມີ​ຄວາມ​ຮັບຜິດຊອບ ​ແລະ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຄວນ​ຈັດ​ຕັ້ງ​ງານ​ບຸ​ນ​ຢ່າງ​ສົມ​ກຽດ, ລອບ​ຄອບ​ຖີ່​ຖ້ວນ, ມີ​ປະສິດທິ​ຜົນ, ປະຢັດ.

ສະມາຄົມ​ພຸດ​ສາສະໜາ ຫວຽດນາມ ຈະ​ຈັດ​ຕັ້ງງານ​ບຸນ Vesak 2014 ສປຊ 2014 ຢູ່​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ​ຈິດ​ວິນ​ຍານ ບ໋າ​ຍດີ໋ງ, ​ແຂວງ ນິງບີ່​ງ​ ​ແຕ່​ວັນ​ທີ 7 – 12/5, ​ໃນ​ນັ້ນ​ພິທີ​ຕົ້ນ​ຕໍ່​ຈະ​ດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 8 – 10/5. ງານ​ບຸນ Vesak ປີນີ້ມີ​ຫົວ​ຂໍ້​ວ່າ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະວັດຂອງ​ສະຫະປະຊາ​ຊາດ​ສຳ​ເລັດ​ຜົນ”. ຄາດ​ວ່າ, ມີຜູ້​ແທນ​ເປັນ​ທາງ​ການ​ປະມານ 5.000 ທ່ານ, ​ໃນ​ນັ້ນ​ມີ​ 1.500 ຜູ້​ແທນສາກົນທີ່​ມາ​ຈາກ 95 ປະ​ເທດ ​ແລະ ​ເຂ​ດ​ແຄ້ວ​ນ​ເຂົ້າ​ຮ່ວມ​ເຫດການ​ນີ້.



ຂ່າວ/ບົດ​ອື່ນ