ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານປີ2016ຂອງສານປະຊາຊົນນະຄອນຮ່າໂນ້ຍ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານປີ2016ຂອງສານປະຊາຊົນນະຄອນຮ່າໂນ້ຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: vaohieu)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 16/02, ຢູ່​ຮ່າ​ໂນ້ຍ, ສານ​ປະຊາຊົນ​ນະຄອນ​ ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ປີ 2016 ຄາດ​ຄະ​ເນ​ວ່າ ສະພາບ​ອາດ​ຊະ​ຍາ​ກຳຍັງ​ມີ​ການ​ຜັນ​ແປ​ໄປ​ຢ່າງສັບສົນ, ບັນດາ​ການຂັດ​ແຍ້​ງກັນທາງ​ແພ່ງ, ການດຳ​ເນີນ​ທຸລະ​ກິດ​ການ​ຄ້າ, ການ​ບໍລິຫານ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ. ດັ່ງ​ນັ້ນ ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ສານ​ປະຊາຊົນ 2 ຊັ້ນ​ຂອງນະຄອນ ຮ່າ​ໂນ້ຍ ຄວນຊາບ​ຊຶມ, ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ມະຕິ 111 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກງານ​ປ້ອງ​ກັນຕ້ານການ​ລະ​ເມີດກົດໝາຍ ​ແລະ ອາດຊະຍາ​ກຳ, ວຽກ​ງານ​ຂອງອົງການ​ໄອ​ຍະ​ກາ​ນປະຊາຊົນ, ຂອງ​ສານ​ປະຊາຊົນ ​ແລະ ວຽກ​ງານປະຕິບັດ​ຄຳ​ສັ່ງ​ຂອງ​ສານ​ປີ 2016 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ກໍ່​ຮຽກຮ້ອງ​ສານ​ປະຊາຊົນ​ນະຄອນ​ ຮ່າ​ໂນ້ຍ ຍູ້​ແຮງ​ການ​ປ່ຽນ​ໃໝ່ລະບຽບ​ການ​ບໍລິຫານ​ດ້ານ​ຕຸລາ​ການ ​​ເພື່​ອ​ແນ​ໃສ່​ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ​ບັນດາ​ການ​ເຄື່ອນ​ໄຫວ​ຂອງສານ, ສ້າງ​ເງື່ອນ​ໄຂ​ສະດວກທີ່​ສຸດ​ໃຫ້​ປະຊາຊົນ ​​ເມື່ອແກ້​ໄຂວຽກງານ​ຢູ່​ສານ.



ຂ່າວ/ບົດ​ອື່ນ