ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງກວາງນິງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງກວາງນິງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ ຄັ້ງ​ທີ 4)


(vovworld) – ວັນ​ທີ 08/09, ​ແຂວງ​ກວາງ​ນິງ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ ຄັ້ງ​ທີ 4. ​ໃນ 5 ປີຜ່ານມາ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ແຂວງ​ກວາງ​ນິງ ​ໄດ່ຮັບ​ການ​ຜັນ​ຂະຫຍາ​ຍຢ່າງ​ທົ່ວ​ເຖິງ ​ແລະ ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ເຂົ້າ​ຮ່ວມ​ຂອງ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ທຸກ​ຊັ້ນວັນ​ນະ. ພິ​ເສດ​ແມ່ນ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ນິງ​ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ກໍໍ່ສ້າງ​ຊົນ​ນະ​ບົດ​​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ຂົງ​ເຂດ ພ້ອມ​ກັນ​ແຂ່ງຂັນ ​ເພື່ອ​​ໃຫ້​ທ້ອງ​ຖິ່ນ​ໃດ, ຂະ​ແໜງ​ໃດ, ຂົງ​ເຂດ​ໃດ ກໍ​ມີ​ແບບຢ່າງ​ທີ່​ດີເດັ່ນ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ມື້​ນີ້ ຈະ​ໄດ້ຮັບ​ການ​ທະວີ​ຄຸນ ​ແລະ ​ແຜ້ຂະຫຍາຍ​ຢ່າງ​ກວ້າງ​ຂວາງກວ່າ… ​ເພື່ອ​ໃຫ້​ສວນ​ດອກ​ໄມ້​ແຫ່ງການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ແຂວງ​ກວາງ​ນິງ ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ​ກວ່າ ຄືດັ່ງ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ວ່າ: ຄົນ​​ດີ​ແຕ່​ລະ​ຄົນ, ວຽກ​ເດັ່ນ​ແຕ່​ລະ​ວຽກ ລ້ວ​ນ​ແຕ່​ແມ່ນ​ດອກ​ໄມ້​ທີ່ສວຍ​ງາມ, ທັງ​ປະ​ເທດ​ເຮົາ​ແມ່ນປ່າດອກ​ໄມ້​ທີ່ສວຍງາມ”

ຂ່າວ/ບົດ​ອື່ນ