ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກະຊວງພາຍໃນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກະຊວງພາຍໃນ - ảnh 1
(ພິທີ​ສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກະຊວງ​ພາຍ​ໃນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/08, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ໄດ້​ຈັດ​ພິທີສະເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງການ​ຈັດ​ຕັ້ງ​ແຫ່ງ​ລັດ ​ແລະ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 3.

        ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ປະດັບ​ຫຼຽນ​ໄຊ​ໂຮ່ຈິ​ມິ​ນ​ໃຫ້​ກະຊວງ​ພາຍ​ໃນ. ທ່ານ​ຮອງນາຍົກລັດຖະມົນຕີ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການ​ຈັດ​ຕັ້ງ​ແຫ່ງ​ລັດ ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ, ສຸມ​ໃສ່​ວຽກ​ງານ​ສ້າງ​ລະບອບ​ບັນຍັດ, ຕອບສະ​ໜອງ​ຄວາມຮຽກ​ຮ້ອງຕ້ອງກາ​ນຄຸມ​ຄອງ​ລັດ. ດ້ວຍ​ບົດບາດ​ໜ້າ​ທີ່​ແມ່ນ​ສຳນັກງານ​ປະຈຳການ​ຂອງ​ຄະນະ​ຊີ້​ນຳ​ປະຕິ​ຮູ​ບບໍລິຫານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊ​ີ້ແຈ້ງວ່າ.

        “ປ່ຽນ​ໃໝ່ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ, ລັດຖະກອນຢ່າງ​ແຮ​ງ, ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ເສັງ​ຮັບ​ພາລະ​ກອນ, ລັດຖະກອນ, ຮັບປະກັນ​ລັກສະນະ​ພາ​ວະວິ​ໄສ, ກະຈ່າງ​ແຈ້ງ, ​​ໂປ່ງ​ໄສ. ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ພາລະ​ກອນ. ຄົ້ນ​ຄ້ວາ​​ຢ່າງ​ທັນ​ການ ​ແລະ ເປັນ​ເສນາ​ທິການ​​ໃນມາດ​ຕະການ​ຈຳກັດ​​ຄວາມ​ອ່ອນ​ດ້ອຍໃນ​ການ​ປະຕິບັດ​ກົນ​ໄກ​ເງິນ​ເດືອນ, ​ເງິນ​ບຳ​ເນັດ, ​ເງິນ​ອຸດ​ໜູນຢ່າງ​ທັນ​ການ”

ຂ່າວ/ບົດ​ອື່ນ