ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບອະດີດຊາວໜຸ່ມຕະລຸມບອນນະຄອນຕາມກີ,ກວາງນາມ

ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບອະດີດຊາວໜຸ່ມຕະລຸມບອນນະຄອນຕາມກີ,ກວາງນາມ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວູ​ດຶກ​ດາມ
​ຕ້ອນ​ຮັບ​ອະ​ດີ​ດ​ຊາວ​ໜຸ່ມ​ຕະ​ລຸມ​ບອນນະ​ຄອນ​ຕາມ​ກີ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 13/07, ​​​​ທີີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມອະ​ດີ​ດ​ຊາວ​ໜຸ່ມ​ຕະ​ລຸມ​ບອນນະ​ຄອນ​ຕາມ​ກີ, ແຂວງກວາງ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢືນ​ຢັນ​ວ່າ, ຍາ​ມ​ໃດ​ພັກ, ລັດ, ລັດ​ຖະ​ບານ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງດູ​ແລຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​​ທະ​ຫານ​ເຈ​ັບ​ປ່ວຍ ແລະ ເສຍ​ອົງ​ຄະ, ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີກໍ່​ການ​ປະ​ຕ​ິ​ວັດ, ໃນ​ນັ້ນ​ມີ​ບັນ​ດາອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມ​, ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍ​ຸ້ງ​ຍາກ​ໃນ​ສັງ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ, ປະ​ຊາ​ຄົ​ມ​ສາ​ກົນ​ຕີ​ລາ​ຄາ​ສູງ​ການ​ດູ​ແລ​ບັນ​ດາ​ເປົ້າ​ໝາຍ​​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ, ຜູ້​ປະ​ສົບ​ຄວາມ​​ສຽງ​ສູງກວ່າ​ເພີ່ນ​ໃນ​ສັງ​ຄົມ​ຂອງ​ຫວຽດ​ນາມ. ພ້ອ​ມ​ກັບ​ບັນ​ດາ​ລະ​ບອບ, ນະ​ໂຍ​ບາຍ​ທ່​ີ​ສະ​ຫງວນ​ໃຫ້ອະ​ດີ​ດ​ຊາວ​ໜຸ່ມ​ຕະ​ລຸມ​ບອນ​ທີ່​ໄ​ດ​້​ປະ​ກາດ​ໃຊ້, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຈະ​ດຳ​ເນີນ​ການກວດ​ກາ​ແຕ່​ລະ​ກໍ​ລະ​ນີ​ເພື່ອ​ແກ້​ໄຂ​ລະ​ບອບນະ​ໂຍ​ບາຍ​ໃຫ້​ບັນ​ດ​າອະ​ດີ​ດ​ຊາວ​ໜຸ່ມ​ຕະ​ລຸມ​ບ່ອນຢ່າງ​ຄົບ​ຊຸດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ​ຸກ​ຂັ້ນ​ນະ​ຄອນ​ຕາມ​ກີ, ແຂວງກວາງ​ນາມ ສືບ​ຕໍ່​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ​​ຊີ​ວິດ​ ດ້ານວັດ​ຖ​ຸ, ຈິດ​ໃຈ​ໃຫ້​ບັນ​ດ​າອະ​ດີ​ດ​ຊາວ​ໜຸ່ມ​ຕະ​ລຸມ​ບອນ​ໃຫ້​ດີກວ່າ​ອີກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ວຽກ​ງານ​ນະ​ໂຍ​ບາຍ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີກໍ່​ການ​ປະ​ຕິ​ວັດໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ