ຮອງນາຍົກລັດຖະມົນຕີຫວູດຶກດາມ:ບັນດາມາດຕະການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ຕ້ອງປະຕິບັດຢ່າງຄົບຊຸດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈັດສົ່ງບັນດາກຳລັງ, ນຳໃຊ້ບັນດາເຕັກໂນໂລຊີວິໄຈ ເພື່ອຊອກຫາຕົ້ນກຳເນີດຂອງພະຍາດຢ່າງໄວທີ່ສຸດ.

ຮອງນາຍົກລັດຖະມົນຕີຫວູດຶກດາມ:ບັນດາມາດຕະການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ຕ້ອງປະຕິບັດຢ່າງຄົບຊຸດ - ảnh 1 ທີ່ກອງປະຊຸມທາງອອນລາຍກັບໂຮງໝໍບາງແຫ່ງ

(ພາບ: VGP)

ວັນທີ 28 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ຈັດກອງປະຊຸມທາງອອນລາຍກັບໂຮງໝໍບາງແຫ່ງ, ໃນນັ້ນມີໂຮງໝໍ ດ່ານັ້ງ, ໂຮງໝໍພະຍາດເຂດຮ້ອນສູນກາງ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມີນ…. ກ່ຽວກັບວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈັດສົ່ງບັນດາກຳລັງ, ນຳໃຊ້ບັນດາເຕັກໂນໂລຊີວິໄຈ ເພື່ອຊອກຫາຕົ້ນກຳເນີດຂອງພະຍາດຢ່າງໄວທີ່ສຸດ. ລະບົບໂຮງໝໍທັງໝົດຕ້ອງຍົກສູງສະຕິລະວັງຕົວ, ປະຕິບັດບັນດາຂໍ້ກຳນົດເມື່ອຮັບຄົນເຈັບມາກວດ, ປິ່ນປົວພະຍາດຢ່າງຄົບຖ້ວນ, ເຂັ້ມງວດ. ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງຄົບຊຸດ, ຈາກຂອດຄຸ້ມຄອງການເຂົ້າ-ອອກເມືອງ, ກວດກາບັນດາເປົ້າໝາຍມີຄວາມສ່ຽງ ຕະຫຼອດຮອດການຕ້ອນຮັບບັນດາຄົນເຈັບມາກວດ, ປິ່ນປົວພະຍາດ, ປະຕິບັດບັນດາມາດຕະການປ້ອງກັນ, ແນະນຳເມື່ອມີອາການຕິດເຊື້ອ, ຈັດຕັ້ງການວິໄຈ, ແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ