ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມປ້ອງກັນຄວບຄຸມໂລກລະບາດ Covid 19

(VOVWORLD) -ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມໂລກລະບາດ ແລະ ສະໜີໃຫ້ທັງລະບົບສືບຕໍ່ເຂົ້າຮ່ວມການຮັບມືປ້ອງກັນ, ຄວບຄຸມໂລກລະບາດໃຫ້ມີປະສິດທິຜົນ.
ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມປ້ອງກັນຄວບຄຸມໂລກລະບາດ Covid 19 - ảnh 1  (ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມໂດຍກົງຜ່ານເຄີອຂ່າຍອິນເຕີແນັດຜັນຂະຫຍາຍວຽກງານສາທາລະນະສຸກປີ 2020 ແລະ ການປ້ອງກັນ, ຄວບຄຸມໂລກລະບາດ Covid 19 ໂດຍກະຊວງສາທາລະນະສຸກຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ໜ່ວຍປະຕິບັດງານພິເສດຮຽບຮຽງປື້ມຄູ່ມືແນະນຳບັນດາມາດຕະການປ້ອງກັນຄວບຄຸມໂລກລະບາດຢູ່ສະຖານທີ່ມີເຊື້ອພະຍາດ Covid 19 ແລະ ອັບເດັດຢ່າງລຽນຕິດຖ້າຫາກເກີດກໍລະນີທີ່ຄ້າຍຄືກັນ, ສາມາດນຳໃຊ້ໄດ້ຢ່າງທັນທີ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມໂລກລະບາດ ແລະ ສະໜີໃຫ້ທັງລະບົບສືບຕໍ່ເຂົ້າຮ່ວມການຮັບມືປ້ອງກັນ, ຄວບຄຸມໂລກລະບາດໃຫ້ມີປະສິດທິຜົນ.

          ປະຈຸບັນ, ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆຢູ່ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດ, ປະຕິບັດການກວດພົບ, ກະກຽມພື້ນຖານດ້ານວັດຖຸ, ອຸປະກອນ, ບຸກຄະລາກອນ, ຢາເຄມີເພື່ອສາມາດຜັນຂະຫຍາຍບັນດາມາດຕະການເພື່ອຮັບມື.

          ຕາມບົດລາຍງານຂອງກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນ 11 ມື້ຜ່ານມາ, ຫວຽດນາມ ບໍ່ກວດພົບມີກໍລະນີຕິດເຊື້ອພະຍາດ Covid 19  ຕື່ມອີກ. 16 ກໍລະນີ ຕິດເຊື້ອພະຍາດ Covid 19  ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ