ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມເສນາຮັກແລະການແພດປະຊາຊົນທົ່ວປະເທດຄັ້ງທີ5

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມເສນາຮັກແລະການແພດປະຊາຊົນທົ່ວປະເທດຄັ້ງທີ5 - ảnh 1
ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມ
ເສນາຮັກແລະການແພດປະຊາຊົນທົ່ວປະເທດຄັ້ງທີ5
(ພາບ: vtv1)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/05 ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ຮຽກຮ້ອງ​ເພີ່ມ​ທະວີ​ການ​ລົງທຶນພື້ນຖານດ້ານ​ວັດຖຸ, ພາຫະນະ​ອຸປະ​ກອບ​ການ​ແພດ ​ແລະ ສຳຄັນ​ທີ່​ສຸດ​ແມ່ນ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ທ່ານໝໍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຕີ​ລາຄາ​ສູງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ສົມທົບ​ກັນລະຫວ່າງ​ເສນາ​ຮັກ ​ແລະ ການ​ແພດ​ປະຊາຊົນ ​ເພື່ອ​ຈັດ​ຕັ້ງ​ການ​ກວດ​ປິ່ນ​ປົ່ວ​ພະຍາດ​ໃຫ້​ແກ່​ປະຊາຊົນ, ນັກ​ຮົບ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮຽກຮ້ອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ສາທາລະນະ​ສຸກ ຄວນ​ສຸມ​ໃສ່​ປັບປຸງ​ຮາກ​ຖານ​ການ​ແພດ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ:

        “​ໃນ 10 ປີ​ຈະ​ມາ​ເຖິງ ຄວນ​ມີ​ບາດກ້າວ​ແຂງ​ແຮງ​ກ່ວາ ​ເພື່ອ​ປັບປຸງ​ຮາກ​ຖານ​ການ​ແພດ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ​ທັງ​ໝົດ​ຢ່າງ​ແຮງ​ກ່ວາ. ພວກ​ຂ້າພະ​ເຈົ້າ ​ໄດ້​ປະຕິບັດ​ດີ​ຢູ່​ແລ​້ວ ​ແຕ່​ຄວາມຈິງ ປະຊາຊົນຍັງ​ມີ​ຄວາມ​ຕ້ອງການ​ຫລາຍ. ດັ່ງ​ນັ້ນ ຕ້ອງ​ລົງທຶນ​ພື້ນຖານ​ດ້ານວັດຖຸ, ອຸປະ​ກອບ​ ​ແຕ່​ສຳຄັນ​ທີ່​ສຸດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ”.

        ​ໃນ​ກ່ວາ 10 ປີ​​ແຫ່ງ​ການຜັນ​ຂະຫຍາຍ, ​ໂຄງການ​ເສນາ​ຮັກ ​ແລະ ການ​ແພດ​ປະຊາຊົນ​ ​ໄດ້​ປະກອບສ່ວນ​ເພີ່ີມທະວີ​ຮາກ​ຖານ​ການ​ແພດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດຊາຍ​ແດນ, ທະ​ເລ​ໝູ່​ເກາະ, ຮັບປະກັນ​ສົ່ງ​ເສີມ, ຮັກ​ສາ​ສຸຂະພາບ​ປະຊາຊົນ ​ແລະ ທະຫານ,​ໃນ​ນັ້ນ ມີ​ປະຊາຊົນ​ບັນດາ​ປະ​ເທດ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ.


ຂ່າວ/ບົດ​ອື່ນ