ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການ Olympic ຫວຽດນາມ ຊຸດທີ 5

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການ Olympic ຫວຽດນາມ ຊຸດທີ 5 - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ໃຫຍ່)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 16/04, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີຫ​ວູ​ດຶກ​ດາມ ໄດ້​​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ​ ຊຸ​ດ​ທີ 5 (2016 - 2020), ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ໃນ​ອາ​ຍຸ​ການ​ໃໝ່ (2016 - 2020), ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ໄດ້​ວາງ​ອອກ​ຄາດ​ໝາຍ​ຕົ້ນ​ຕໍ່​ແມ່ນ​ຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ບວນ​ການ​ກິ​ລາ​ກາຍ​ຍະ​ກຳ​ໃຫ້​ທຸກ​ຄົນ. ມີ​ຄາດ​ໝາຍ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ແມ່ນ​ສືບ​ຕ​ໍ່​ຍົກ​ສູງ​ຜົນ​ງານ​ຂອງ​ບັນ​ດາປະ​ເພດ​ກິ​ລາຈຸດ​ສຸມ​ຕາມ​ທິດ​ສຳ​​ຜັດ​ກັບ​ຜົນ​ງານ​ຂ​ອງ​ທະ​ວີບ ແລະ ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ໃຫຍ່, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ.

        “ໃນ​ອາ​ຍຸ​ການ​ໃໝ່, ພວກ​ເຮົາ​​ພ້ອ​ມ​ກັ​ນເຊື່ອ​ໝັ້ນ​ວ່າ, ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ​ອາ​ຍຸ​ການ 2016 – 2020 ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບົດ​ບາດ, ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ເສີມ​ຂະ​ຫຍາຍ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງພ້ອມ​ກັບ​ຂະ​ແໜງກິ​ລາ​ກາຍ​ຍະ​ກຳ. ມີ​​ຫຼາຍ​ນະ​ໂຍ​ບາຍກ່ຽວ​ກັບກິ​ລາ​ກາຍ​ຍະ​ກຳໃຫ້​ນັບ​ມື້​ນັບ​ດີກວ່າ, ປະ​ກອ​ບ​ສ່ວນ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ; ສືບ​ຕໍ່​ບືນ​ຕົວ​ຂຶ້​ນ​ໃນ​ທຸກ​ຂົງ​ເຂດ​ກິ​ລາ​ທີ່​ສະ​ຫງ​ວນ​ໃຫ້​ແກ່​ທຸກ​ຄົນ… ແລະ ພິ​ເສດ, ພວກ​ເຮົາ​ຕ້ອງ​ພ້ອ​ມ​ກັນ​ສ້າງ​ຈິດ​ໃຈ Olympic ໄດ້​ຊຶມ​ເລິກ​ໃນ​ທຸກ​ການ​​ເຄື່ອ​ນ​ໄຫວ ແລະ ໃຫ້​ກາຍ​ເປັນ​ການ​ກະ​ທຳ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ ແລະ ຍິງກວ່ານັ້ນ​ແມ່ນ​ແຜ່​ລາມ​ໄປ​ສູ່​ທົ່​ວ​ສັງ​ຄົມ”.



ຕອບກັບ

ຂ່າວ/ບົດ​ອື່ນ