ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມໃຫຍ່ແຂງຂັນຮັກຊາດຂະແໜງສາທາລະນະສຸກ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມໃຫຍ່ແຂງຂັນຮັກຊາດຂະແໜງສາທາລະນະສຸກ - ảnh 1
(ກະຊວງ​ສາທາລະນະ​ສຸກ ​ຈັດ​ກອງ​ປະຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 6)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/09, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 6 ດ້ວຍ​ຫົວ​ຂໍ້ “ປ່ຽນ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິ​ດສ້າງ, ມີປະສິດທິ​ຜົນ​ເພື່ອ​ສຸຂະພາບ​ຂອງ​ປະຊາຊົນ”. ​ໃນ 5 ປີຜ່ານມາ, ວຽກ​ງານ​​​ແຂ່ງ​ຂັນຍ້ອງຍໍ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ. ບັນດາ​ການ​ເຄື່ອນ​ໄຫ​ວ​ແຂ່ງຂັນ​ຮັກ​ຊາດ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ, ຕໍ່​ເນື່ອງ, ຕິດ​ພັນ​ກັບ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ຂະ​​ແໜງ. ສິ່ງ​ດັ່ງ​ກ່າວ ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນງານສຳ​ເລດ​ພາລະ​ກິດປົກ​ປັກຮັກສາ, ສົ່ງ​ເສີມ ​ແລະ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ, ພະນັກງານ, ພາລະ​ກອນ, ລັດຖະກອນ​ຂະ​​ແໜງ​ສາທາລະນະ​ສຸກ ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ຍາດ​ໄດ້​​ໄຊຊະນະ​​ໃໝ່ຫຼາຍ​ຢ່າງ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເສີມ​ຂະຫຍາ​ຍມູນ​ເຊື້ອ​ອັນ​ສະ​ຫງ່າ​ລາສີ ​ແລະ ພາລະກິດ​ອັນ​ສູ​ງສົ່ງ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ, ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ.

ຂ່າວ/ບົດ​ອື່ນ