ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ - ảnh 1
ຄູ​ດີ​ເດັ່ນ​ຂອງ​ສະ​ຖາ​ບັນ 6 ຄົນ
(ພາບ: dangcongsan.vn)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 19/11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ (20/11) ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ, ທີ່ຮ່າ​ໂນ້ຍ. ອວຍ​ພອນ​ໃຫ້​ບັນ​ດາ​ການ​ນຳ, ຄູ​ອາ​ຈານ, ພະ​ນັກ​ງານ, ນັກ​ສຳ​ມະ​ນາ​ກອນ​ລຸ້ນ​ຕ່າງໆ​ຂອງ​​ສະ​ຖາ​ບັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຄູ​ແຫ່ງ​ຊາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ເນັ້ນ​ໜັກ​ວ່າ: ສະ​ຖາ​ບັນ​​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ແມ່ນ​ສູນ​ບຳ​ລຸງ​ສ້າງ, ຄົ້ນ​ຄ້​ວາ ມີ​ຂອບ​ຂະ​ໜາດ​ໃຫຍ່ ແລະ ມີ​ບົດ​ບາ​ດ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ພາ​ລະ​ໜ້າ​ທີ່​ບຳ​ລຸງ​ສ້​າງ, ຝຶກ​ອົບ​ຮົມ​ຖັນ​ແຖວ​ພະ​ນັກ​ງານ, ນັກ​ຄຸ້ມ​ຄອງຫຼັກ​ແຫຼ່ງ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ຄົ້ນ​ຄ້​ວາ, ສະ​ໜອງ​ບັນ​ດາ​​ມູນ​ຖານ​ໃຫ້​ການ​ກຳ​ນົດ​ ແລະ ປ່ຽນ​ໃໝ່​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ ແລະ ກົດ​ໝາຍ​ຂອງ​ລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຖັນ​ແຖວ​ພະ​ນັກ​ງານ, ຄູ​ສອນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ພິ​ເສດ​ແມ່ນ​ແບບ​ຢ່າງ, ສະ​ຖາ​ບັນ​​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ສືບ​ຕໍ່​ປະ​ຕິ​ບັດ​ສ​ຳ​ເລັດ​ພາ​ລະ​ກ​ິດ​ບຳ​ລຸງ​ສ້າງ​ພະ​ນັກ​ງານ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ທິດ​ສະ​ດີ​ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາ​ລະ​ກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ມອບ​ນາມ​ມະ​ຍົດ​ຄູ​ດີ​ເດັ່ນ​ໃຫ້ຄູ​ສອນ 6 ຄົນ​ຂອງສະ​ຖາ​ບັນ​. ສະ​ຖາ​ບັນ​​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ຈັດ​ຕັ້ງ​ການມອບຫຼຽນ​ໄຊ​ແຮງ​ງານ, ຄັນ​ທຸງ​ແຂ່ງ​ຂັນ​ຂອງ​ລັດ​ຖະ​ບານ, ໃບ​ຍ້ອງ​ຍໍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໃຫ້​ບັນ​ດາ​ໝູ່​ຄະ​ນະ, ບຸກ​ຄົນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ, ຝຶກ​ອົບ​ຮົມ​ພະ​ນັກ​ງານ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ.


ຂ່າວ/ບົດ​ອື່ນ