ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມກ່ຽວກັບການສອນວິຊາຊີບໃຫ້ຄົນງານຊົນນະບົດ

ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມກ່ຽວກັບການສອນວິຊາຊີບໃຫ້ຄົນງານຊົນນະບົດ - ảnh 1
ກອງປະຊຸມໄດ້ຈັດຕັ້ງຢູ່ສຳນັກງານລັດຖະບານ

(​vovworld) – ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃນ​ວັນ​ທີ 4/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ປະຕິບັດ​ມະຕິ 1956 ຂອງ​ນາຍົກລັດຖະມົນຕີ ອະນຸມັດ​ຜ່ານ​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ຄົນ​ງານ​ຊົນນະບົດ​ຮອດ​ປີ 2020, ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ້ອງ​ສ້າງ​ການ​ຫັນປ່ຽນຢ່າງ​ແທ້​ຈິງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ໃນ​ການ​ປະຕິບັດ​ວຽກ​ງານ​ສອນ​ວິຊາ​ຊີບ​ໃຫ້ຄົນ​ງານ​ຊົນນະ​ບົດ​ເວົ້າ​ສະ​ເພາະ ​ແລະ ການພັດທະນາ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ເວົ້າ​ລວມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ສົ​ມ​ທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ປັບປຸງຮ່າງ​ມະຕິ​ຂອງ​ນາຍົກລັດຖະມົນຕີ ກ່ຽວກັບ​ນະ​​ໂຍບາຍ​ສອນ​ວິຊາ​ຊີບ​ໃຫ້​ຄົນ​ງານ. ​ໃນ​ນັ້ນ, ກະຊວງ​ຕ້ອງ​ເອົາ​ໃຈ​ໃສ່​ບຸລິມະສິດ​ໜູນ​ຊ່ວຍ​ສອນ​ວິຊາ​ຊີບ​ໃຫ້​ຜູ້​ທີ່​ໄດ້ຊົມ​ໃຊ້​ນະ​ໂຍບາຍ​ບຸລິມະສິດ, ​ໃຫ້ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຜູ້​ທຸກ​ຍາກ, ຄົນ​ພິການ.​​..​ ພ້ອມ​ກັນ​ນັ້ນ, ກະຊວງ​ຕ້ອງ​ຄົ້ນ​ຄ້ວາ, ປັບປຸງ​ການ​ໜູນ​ຊ່ວຍ​ຄ່າ ກິນ, ຢູ່, ​ໄປມາ​ໃຫ້​ບັນດາ​ເປົ້າ​ໝາຍ​ບຸລິມະສິດ​ຢ່າງ​ເໝາະສົມ, ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ພິຈາລະນາ, ຕົກລົງໃນ​ຕົ້ນ​ໄຕ​ມາ​ດທີ 1 ປີ 2015.

 


ຂ່າວ/ບົດ​ອື່ນ