ຮອງນາຍົກລັດຖະມົນຕີຫວູວັນນີງກວດກາການປະຕິບັດກໍ່ສ້າງຊົນນະບົດໃໝ່ຢູ່ແຂວງຮືງອຽນ

ຮອງນາຍົກລັດຖະມົນຕີຫວູວັນນີງກວດກາການປະຕິບັດກໍ່ສ້າງຊົນນະບົດໃໝ່ຢູ່ແຂວງຮືງອຽນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູວັນນີງ ກວດກາຮູບແບບ
ການຜະລິດຢູ່ແຂວງ ຮືງອຽນ
(ພາບ: Văn Hiếu)

(vovworld) –  ​ ວັນ​ທີ 9/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຕາ​ແສງ ອານ​ວີ້, ​ເມືອງ ຄ໋ວາຍ​ເຈົາ, ​ແຂວງ ຮື​ງອຽນ, ​ເພື່ອ​ກວດກາ ​ແລະ ສຳ​ຫຼວດຕົວ​ຈິງ​ບັນດາ​ຮູບ​ແບບການ​ຜະລິດ, ລ້ຽງສັດຢ່າງ​ມີ​ປະສິດທິ​ຜົນ​ຢູ່​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ຮັບ​ຮູ້​ບັນດາ​ໝາກຜົນ​ທີ່ຕັ້ງໜ້າ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ຜະລິດ​ກະສິກຳ, ​​ເພີ່ມ​ປະສິດທິ​ຜົນ ​ແລະ ເພີ່ມ​ລາຍ​ຮັບ​ຕື່ມ​ອີກ​ໃຫ້​​ແກ່ປະຊາຊົນ; ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ນຳ​ຕາ​ແສງ ອານ​ວີ້ ​ເມື່ອ​ປຸກລະດົມ​ກຳລັງ​ແຮງ​ຂອງ​ທົ່ວ​ລະບົບ​ການ​ເມືອງ​ ​ແລະ ປະຊາຊົນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ ​ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່​ສ້າງ​ຊົນນະບົດ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ສະ​ເໜີ​ວ່າ:

          “ອຳນາດ​ການ​ປົກຄອງ​ຕາ​ແສງ​ຄວນ​ເຮັດ​ໃຫ້​ປະຊາຊົນ​ສືບ​ຕໍ່​ຮັບ​ຮູ້​ໄດ້ວ່າ ນີ້​ແມ່ນ​ພາລະກິດ​ຂອງ​ປະຊາຊົນ, ​ແມ່ນ​ວຽກ​ງານຂອງ​ປະຊາຊົນ ​ແລະ ປະຊາຊົນ​​​ເປັນ​ຜູ້ຊົມ​ໃຊ້ຜົນ​ປະ​ໂຫຍ​ດ. ຄວນ​ປະຕິບັດ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​​ໃຫ້ຊົນນະບົດ​ໃໝ່​ໝັ້ນຄົງ, ​ກ້າວ​ເຂົ້າ​ສູ່​ປີ 2016 ມາດຖານ​ກໍ​ສ້າງ​ຊົນນະບົດ​ໃໝ່ຕ້ອງ​ສູງ​ກ່ວາ, ລາຍ​ຮັບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ຕ້ອງສູງ​ກ່ວາ​ອີກ.”

          ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ກໍ​ສະ​ເໜີ​ຕາ​ແສງ​ ອານ​ວີ້ ​ຕ້ອງ​ເປັນ​ເຈົ້າ​ການ​ເພີ່ມ​ທະວີ​ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ກໍ່ສ້າງ​ເຄື່ອງໝາຍ​ໃຫ້​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ, ປະກອບສ່ວນ​ຍົກ​ສູງ​ຄຸນຄ່າ​ຂອງ​ຜະລິດ​ຕະພັນ.

ຂ່າວ/ບົດ​ອື່ນ