ຮອງນາຍົກລັດຖະມົນຕີຫວູວັນນິງຕັດແຖບຜ້າເປີດສະຫຼອງສຳນັກງານໃໝ່ຂອງຄະນະຜູ້ແທນຫວຽດນາມຢູ່ເຊີແນວ

ຮອງນາຍົກລັດຖະມົນຕີຫວູວັນນິງຕັດແຖບຜ້າເປີດສະຫຼອງສຳນັກງານໃໝ່ຂອງຄະນະຜູ້ແທນຫວຽດນາມຢູ່ເຊີແນວ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູວັນນິງຕັດແຖບຜ້າ
ເປີດສະຫຼອງສຳນັກງານໃໝ່ຂອງຄະນະຜູ້ແທນຫວຽດນາມຢູ່ເຊີແນວ
(ພາບ: vtv4.vtv.vn)


(vovworld) – ຕອນ​ຄໍ່າ​ວັນ​ທີ 15/09 ​ກ່າວ​ຄຳ​ເຫັນ​ທີ່​ພິທີເປີດສະຫຼອງສຳນັກງານ​ໃໝ່​ຂອງຄະນະ​ຜູ້​ແທນ​ຫວຽດນາມ​ຢູ່​ເຊີ​​ແນວ, ປະ​ເທດ​ສະ​ວິດ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ, ຫວຽດນາມ ສືບ​ຕໍ່​ຍືດໝັ້ນ​​ແນ​ວທາງ​ສັນ​ຕະພາບ, ​ເອກະລາດ​ແຫ່ງຊາດ, ຫັນ​ການ​ພົວພັນກັບສາກົນ​ເປັນ​ຫຼາຍ​ຮູບ, ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ, ​ຕັ້ງ​ໜ້າເປັນ​ເຈົ້າ​ການ​ໃນການ​ເຊື່ອມ​ໂຍງ​ເຂ​ົ້າກັບ​ສາກົນ, ມານະ​ພະຍາຍາມ​ສູ້​ສົນ​ສ້າງ​ປະ​ເທດ​ຫວຽດນາມ ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນ​ນິງ ກໍ​​ເນັ້ນ​ໜັກ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​​ແຍກ​ອອກ​ຈາກ​ປະ​ເທດ​ຫວຽດນາມ ​ໄດ້. ພັກ ​ແລະ ລັດຖະບານ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ການ​ພັດທະນາ​ຂອງ​ປະ​ເທດ, ພ້ອມ​ທັງ ຍາມ​ໃດ​ກໍ​ສະ​ຫງວນຄວາມ​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະ​ວິດ.

ຂ່າວ/ບົດ​ອື່ນ