ຮອງນາຍົກລັດຖະມົນຕີຫວູວັນນີງຢ້ຽມຢາມ,ອວຍພອນພໍ່ແມ່ປະຊາຊົນເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່CholChnamThmay

ຮອງນາຍົກລັດຖະມົນຕີຫວູວັນນີງຢ້ຽມຢາມ,ອວຍພອນພໍ່ແມ່ປະຊາຊົນເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່CholChnamThmay - ảnh 1
ທ່ານ ຫວູ​ວັນ​ນີງ ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ມີ​ການ​ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສ​ີ​ສັນ​ວັດ​ທະ​ນະ​ທຳ ເຜົ່າ ຂະ​ແມ
(ພາບ: chinhphu.vn)

(vovworld) –  ວັນ​ທີ 7/4, ຢູ່​ນະ​ຄອນ ເກີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ຂັ້ນສູນ​ກາງ ແລະ ບັນ​ດາ​ແຂວງ, ນະ​ຄອນ​ພາກ​ໃຕ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ພະ​ນັກ​ງານ, ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ, ຄອບ​ຄົວ​​ເປົ້າ​ໝາຍນະ​ໂຍ​ບາຍ ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ Chol Chnam Thmay ຂອງ​ພໍ່​ແມ່​ປະ​ຊາ​ຊົນ​​ເຜົ່າ​ຂະ​ແມ ພາກ​ໃຕ້. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຫວູ​ວັນ​ນີງ ສະ​ເໜີ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ​ເຂດ​ຕ​າ​ເວັນ​ຕົກ​ພາກ​ໃຕ້​ທັງ​ໝົດ, ພໍ່​ແມ່​ປະ​ຊາ​ຊົນ​​ເຜົ່າ​ຂະ​ແມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ ແລະ ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້, ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາກ, ຊ່ວຍ​ເຫຼ​ືອ​ກັນ​ໃນ​ຊີ​ວິດ​ການ​ເປັນ​ຢູ່, ຕັ້ງ​ໜ້າ​ແຂ່ງ​ຂັ​ນ​ຮ່ຳ​ຮຽ​​ນ, ​ທຳ​ການຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພ້ອມ​ທັງ​​ເອົາ​ໃຈ​ໃສ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ, ຕໍ່​ສູ​້​ກັບ​ບັນ​ດາ​ກົນ​ອຸ​ບາຍ ແລະ ການ​ເຄື່ອນ​ໄຫວ​ມ້າງ​​ເພທຳ​ລາຍ​ອິດ​ທິ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ, ປະ​ກອບ​ສ່ວນ​ຮັກ​ສາ​​ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ.


ຂ່າວ/ບົດ​ອື່ນ