ຮອງນາຍົກລັດຖະມົນຕີຫວູວັນນີງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບິ່ງ

ຮອງນາຍົກລັດຖະມົນຕີຫວູວັນນີງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບິ່ງ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ລົງ​ສຳ​ຫຼວດກວດ​ກາ
ບາງຮູບແບບການຜະລິດຢູ່​ຕາ​ແສງ ກວິ່ນຫາຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 12/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ລົງ​ສຳ​ຫຼວດກວດ​ຕາບາງຮູບແບບການຜະລິດດຳເນີນທຸລະກິດ, ລ້ຽງສັດໃນ​ບໍລິເວນ​ຕາ​ແສງ ກວິ່ນຫາຍ ​ເມືອງ ກວິ່ນຟຸ ​ແຂວງ ທ໋າຍບິ່ງ. ທີ່​ການ​ເຮັດ​ວຽກກັບ​ການ​ນຳຕາ​ແສງ ກວິ່ນຫາຍ ກ່ຽວກັບ​ສະພາບປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ສະ​ເໜີ​ອຳນາດ​ການ​ປົກຄອງ​ຕາ​ແສງ​ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​ເຮັດ​​ໃຫ້ດີ​ກ່ວາ​ອີກ, ​ໂດຍ​ຜ່ານ​ການປຸກ​ລະດົມ​ທຸກ​ແຫຼ່ງກຳລັງ​ສັງ​ຄົມ ​ເພື່​ອການ​ປະຕິບັດ​ໂຄງການ​ຊົນນະບົດ​ໃໝ່ມີ​ຄວາມໝັ້ນຄົງ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ