ຮອງນາຍົກລັດຖະມົນຕີຫວູວັນນີງຮຽກຮ້ອງສຸມໃສ່ແຫຼ່ງກຳລັງໃຫ້ແກ່ນະໂຍບາຍຊົນເຜົ່າ

ຮອງນາຍົກລັດຖະມົນຕີຫວູວັນນີງຮຽກຮ້ອງສຸມໃສ່ແຫຼ່ງກຳລັງໃຫ້ແກ່ນະໂຍບາຍຊົນເຜົ່າ - ảnh 1
ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ
(ພາບ: VGP/Thành Chung)

(​vovworld) – ຕອ​ນ​ເຊົ້າ​ວັນ​ທີ 2/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຟັງ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ລາຍ​ງານ​ກ່ຽວ​ກັບ​ການກວດ​ກາ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ໄລ​ຍະ 2011 – 2015 ແລະ ສະ​ເໜີ​ນະ​ໂຍ​ບາຍ​ໃນ​ໄລ​ຍະ 2016 – 2020. ສະ​ຫ​ລຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ​ ຖື​ວ່າ: ເຂດ​ພູ​ດອຍ​ຍັງ​ແມ່ນ​ເຂດ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ. ​ລັດ​ຖະ​ບານ​ຍັງ​ຕ້ອງ​ສຸມ​​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ຕາມ​ທິດ​ລວມ​ສູນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງ​ຮຽກ​ຮ້ອງ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າລວບ​ລ​ວມ​ບັນ​ດາ​ນະ​ໂຍ​ບາຍ​ອື່ນໆ​ຈາກ​ບັນ​ດາ​ແຫຼ່ງ​ເງິນ​ຊ່ວຍ​ເຫຼືອ​ຫຼ້າ (ODA), ຈ​າກ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​​ທີ່ຂຶ້ນ​ກັບ​ຂົງ​ເຂດ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ສິນ​ເຊື່ອ​ຕື່ມ​ອີກເຂົ້າ​ໃນ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ເພື່ອ​ປະ​ຕິ​ບັດ​ຢ່າງ​ເປັນ​ເອ​ກະ​ພາບ, ມີ​ຈຸດ​ສຸມ.


ຂ່າວ/ບົດ​ອື່ນ