ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກັບການນຳຫຼັກແຫຼ່ງແຂວງຮ່າຢາງ

ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກັບການນຳຫຼັກແຫຼ່ງແຂວງຮ່າຢາງ - ảnh 1
ຮອງນາຍົກລັດຖະມົນຕີຫວູວັນນິງເຮັດວຽກັບການນຳຫຼັກແຫຼ່ງແຂວງຮ່າຢາງ
(ພາບ: Đỗ Bình/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 17/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ລົງເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຮ່າ​ຢາງ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັ​ດທະນາ​ເສດຖະກິດ-​ສັງຄົມ, ວຽກງານ​ຫລຸດຜ່ອນຄວາມທຸກ​ຍາກ ​ແລະ ​ໂຄ​ງການກໍ່​ສ້າງ​ຊົນນະບົດ​ໃໝ່​ຢູ່ ຮ່າ​ຢາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃສ່​ໃຈ​ແຂວງ ຮ່າ​ຢາງ ຄວນ​ດຳ​ເນີນ​ການສະຫລຸ​ບບັນດາ​ຮູບ​ແບບ​​ພັດທະນາ​ການ​ຜະລິດ, ຮູບ​ແບບ​ຫລຸດຜ່ອນ​ຄວາມທຸກຍາກ, ຈາກ​ນັ້ນ​ຜັນ​ຂະຫຍາຍຮູບ​ແບບຢ່າງ​ກ້ວາງ​ຂວາງ​ບໍ່​ພຽງ​ແຕ່​ຢູ່ແຂວງ ຮ່າ​ຢາງ ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ບັນດາ​ແຂວງ​ໃນ​​ເຂດອີກ​ດ້ວຍ. ​ແຂວງ ຮ່າ​ຢາງ ຄວນ​ສຸມ​ໃສ່​ພັດທະນາ​ເສດຖະກິດ-​ສັງຄົມ ຢູ່​ບັນດາ​ເມືອງ​ຫ່າງ​ໄກ​ສອກຫລີກ ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງແຮງ​ກ່ວາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ໃຫ້​ແກ່​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ບໍ່​ຢຸດ​ຢັ້ງ.

         ສຳລັບ​ໂຄງການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃສ່​ໃຈ​ແຂວງ ຮ່າ​ຢາງ ຄວນ​ສືບ​ຕໍ່​ຕິດຕາມ​ກວດກາ, ​ເພີ່ມ​ເຕີມ​​ແຜນຜັງ​ໃຫ້​ມີ​ຄຸນ​ນະພາ​ບສູງ​ກ່ວາ. ບັນດາ​ຕາ​ແສງ​ກໍ່​ສ້າງ​​ຊົນນະບົດ​ໃໝ່ຕ້ອງ​ຮັກສາ​ໄດ້​ສີສັນ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຮ່າ​ຢາງ ​ໄວ້.

 


ຂ່າວ/ບົດ​ອື່ນ