ຮອງນາຍົກລັດຖະມົນຕີຫວູວັນນີງ:ແຂວງກາເມົາຄວນຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່

ຮອງນາຍົກລັດຖະມົນຕີຫວູວັນນີງ:ແຂວງກາເມົາຄວນຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່ - ảnh 1
ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫວູວັນນີ​ງ ຢ້ຽມຢາມແຂວງ ກາເມົາ

(vovworld) – ຕອນ​ບ່າຍ​ວັນ​ທີ 28/7, ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫວູວັນນີ​ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ​ໄດ້​ລົງ​ຢ້ຽມຢາມ ​ແລະ ກວ​​ດກາ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່​ຢູ່​ຕາ​ແສງ ​ແຄ໋ງອານ, ​ເມືອງ ອູ​ມິ​ງ, ​ແຂ​ວງ ກາ​ເມົາ ​ແລະ ຢ້ຽມຢາມ​ເຂດ ​ອ​າຍແກ​ດ - ​ໄຟຟ້າ - ຟຸ່ນອູເຣ ກາ​ເມົາ​ໃນ​ບໍລິ​ເວນ​ຕາ​ແສງ ​ແຄ໋ງອານ. ​ເມື່ອ​ໂອ້​ລົມ​ກັບ​ພະນັກງານ, ກຳມະກອນ​ໂຮງງານ​ອາຍແກ​ດ - ​ໄຟຟ້າ - ຟຸ່ນອູເຣ ກາ​ເມົາ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນນີ​ງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຫັນ​ໂຄງການ​ຟຸ່ນອູເຣ ກາ​ເມົາ​ເປັນ​ຫຸ້ນ​ສ່ວນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຖື​ວ່າ: ບໍລິສັດ​ຕ້ອງ​ວາງ​ອອກ​ວິວັດທະນາ​ການ​ຜະລິດ​ເພື່ອ​ຮັບ​ມື​ກັບ​ການ​​ເຄື່ອນ​ເໜັງ​ລາຄາ​ອຸປະ​ກອນ​ສົ້ນ​ເຂົ້າ, ​ແກ້​ໄຂ​ສິດຜົນປະ​ໂຫຍດຂອງ​ວິ​ສາ​ຫະກິດ ​ແລະ ຜູ້​ບໍລິ​ໂພ​ກ​ເປັນ​ຢ່າ​ງດີ.

    ​ເມື່ອ​ກວດກາ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​​ແສງ ​ແຄ໋ງ​ອານ, ​ເມືອງ ອູ​ມິ​ງ, ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫວູວັນນີ​ງ ​​ໃສ່​ໃຈ​ວ່າ: ທ້ອງ​ຖີ່​ນຕ້ອງຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກະສິກຳຄືນ​ໃໝ່, ປະ​ຕິ​ບັດ​ການ​ຮ່ວມ​ສຳພັນ​​ໃນການ​ຜະລິດ, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​, ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ. ພິ​ເສດ, ​ໃນ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່, ທ້ອງ​ຖີ່​ນຕ້ອງ​ເດັດດ່ຽວ, ລະດົມ​ກຳລັງ​ແຮງ​ຂອງ​ປະ​ຊາ​ຊົນເປັນ​ປະຈຳ.




ຂ່າວ/ບົດ​ອື່ນ