ຮອງນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບປະທານາທິດບໍດີສີລັງກາແລະຮອງນາຍົກລັດຖະມົນຕີກາຕາ

ຮອງນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບປະທານາທິດບໍດີສີລັງກາແລະຮອງນາຍົກລັດຖະມົນຕີກາຕາ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ​ຫວູ​ດຶກ​ດາມພົບ​ປະ​ເຈ​ລະ​ຈາ​ກັບ​
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກາ​ຕາ Ahmed Al Mamoud)

(vovworld) - ​​​ ​ວັນ​ທີ 10/10, ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ການ​ເຈ​ລະ​ຕາ​ຮ່ວມ​ມື​ອາ​ຊີ (ACD) ຄັ້ງ​ທີ 2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ​ຫວູ​ດຶກ​ດາມ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ Maithripala Sirisena ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກາ​ຕາ Ahmed Bin Abdullah bin Zaid Al Mamoud. ທີ່​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ Maithripala Sirisena, 2 ຝ່າຍ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຫວ່າງມໍ່ໆ​ມານີ້ ບັນ​ລຸ​ໄດ້​ບາດ​ກ້າວ​ພັດ​ທະ​ນາ​ທີ່​ສຳ​ຄັນ​ໃນ​ທຸກ​ຂົງ​ເຂດ​ຄື​ເສດ​ຖ​ະ​ກິດ, ການ​ປ້ອງ​ກັນ​ຊາດ, ຕຸ​ລາ​ການ, ກະ​ສິ​ກຳ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ຜັນ​ຂະ​ຫຍ​າຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ທີ່​ມີ​ຢູ່​ແລ​້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ, ຮ່ວມ​ມື​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື ໃຕ້ - ໃຕ້.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກາ​ຕາ Ahmed Bin Abdullah bin Zaid Al Mamoud. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ປາດ​ຖະ​ໜາ​ ກາ​ຕາ ຈະ​ຮັບ​ຮູ້​ກົດ​​ຂໍ້​ກຳ​ນົດເສດ​ຖະ​ກິດ​ການ​ຕະ​ຫຼ​າດ​ຢ່າງ​ຄ​ົບ​ຖ້ວນ​ຂອງ​ຫວຽດ​ນາມ ໂດຍ​ໄວ ຄື​ຂໍ້​ຕົກ​ລົງ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 2, ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຫວຽດ​ນາມ - ກາ​ຕາ.

ຂ່າວ/ບົດ​ອື່ນ