ຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມເຂົ້າຮ່ວມເວທີປາໄສການຊຳລະເງິນເອເລັກໂຕນິກຫວຽດນາມ2016

ຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມເຂົ້າຮ່ວມເວທີປາໄສການຊຳລະເງິນເອເລັກໂຕນິກຫວຽດນາມ2016 - ảnh 1
(ເວ​ທີ​ປາ​ໄສ​ການ​ຊຳ​ລະ​ເງິນ​​ເອ​ເລັກ​ໂຕ​ນິກ​ຫວຽດ​ນາມ ປີ 2016)

(vovworld)- ​ ຕອ​ນ​ເຊົ້າ ​ວັນ​ທີ 24/11, ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ແຫ່ງ​ລັດຫວຽດ​ນາມ ສົມ​ທົບ​ກັບ​ບໍ​ລິ​ສັດ​ຫຸ້​ນສ່ວນຊຳ​ລະ​ເງິນ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ຊຳ​ລະ​ເງິນ​​ເອ​ເລັກ​ໂຕ​ນິກ​ຫວຽດ​ນາມ ປີ 2016. ເວ​ທີ​ປາ​ໄສ​ ໄດ້ສຸມ​ໃສ່​ແລ​ກ​ປ່ຽນ, ປຶກ​ສາ​ຫາ​ລືສະ​ພາບ​ຕົວ​ຈິງ ແລະ ບັນ​ດາ​ມາດ​ຕະ​ການ​ສົ່ງ​ເສີມການ​ທົດ​ລອງ​ ບັນ​ດາ​ຜົນ​ງານ​ການ​ໜູນ​ໃຊ້​ຂອງ​​ກະ​ແສ​ຟອງ​ບັນ​ດາ​ບໍ​ລິ​ສັດ​ ໃນ​ໂລກ​ເຂົ້າ​ຫວຽດ​ນາມ. ກ່າວ​ຄວາມ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫວູ​ດຶກ​ດາມ ເນັ້ນ​ໜັກ​ ເຖິງຄວາມ​ຈຳ​ເປັນ​ຕ້ອງ​ສົມ​ທົບ ແລະ ເຊື່ອມ​ຕໍ່​ທັງ​ໝົດ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຫົວໜ່ວຍ​​ທີ່​ກ່ຽວ​ຂ້ອງ ເພື່ອ​ວາງ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ລະ​ອຽດ ເພື່ອ​ແນ​ໃສ່ຫຼຸດ​ການ​ຊຳ​ລະ​​ເງິນ​ສົດ, ກໍ​ຄື​ມີ​ບັນ​ດາ​ກົນ​ໄກ​ການ​ສົ່ງ​ເສີມຊຸກ​ຍູ້ການ​ຊຳ​ລະ​ເງິນ​​ເອ​ເລັກ​ໂຕ​ນິກ, ​ປະ​ກອ​ບ​ສ່ວນ​ໂດຍ​ກົງ ເຂົ້າ​ໃນ​ການ​ເຕີບ​ໂຕ GDP ຂອງ​ປະ​ເທດຊາດ. ພ້ອມ​ກັນ​ນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ​ກໍ​ຄວນ​ສຸມ​ໃສ່​ເຜີຍ​ແຜ່​ຢ່າງກວ້າງ​ຂວາງ​​ເຖິງປະ​ຊາ​ຊົນ​ທຸກ​ຊັ້ນວັນ​ນະ, ເພື່ອ​ໃຫ້ການ​ຊຳ​ລະ​​ເອ​ເລັກ​ໂຕ​ນິກ​ ກາຍ​ເປັນ​ພື້ນ​ຖານ​​ຄວາມ​ຊິນ​ເຄີຍ, ສະ​ໜິດ​ສະ​ໜົມ ແລະ ສີ​ວິ​ໄລ.

ຂ່າວ/ບົດ​ອື່ນ