ຮອງນາຍົກລັດຖະມົນຕີຫວຽດນາມເຈືອງຮ່ວາບິ່ງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງຕຽນຢາງ

ຮອງນາຍົກລັດຖະມົນຕີຫວຽດນາມເຈືອງຮ່ວາບິ່ງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງຕຽນຢາງ - ảnh 1
ທ່ານ​ ເຈືອງ​ຮ່​ວາ​ບິ່ງ ​ຕ້ອນ​ຮັບ ​ຄະ​ນະ​ຜູ້​ແທນທີ່​ມີ​ຄຸນ​ງາມ​ຄວາມ​ດີ​
ຕໍ່​ການ​ປະ​ຕິ​ວັດ​ແຂວງ​ຕຽນ​ຢາງ
(ພາບ: VGP/LeSon)

(vovworld) –​ ໃນ​ຕອນ​ບ່າຍ ວັນ​ທີ 8/6, ຢູ່​ຮ່າ​ໂນ້ຍ, ທ່ານ​ ເຈືອງ​ຮ່​ວາ​ບິ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ​ ​​ ໃຫ້​ການຕ້ອນ​ຮັບ ​ຄະ​ນະ​ຜູ້​ແທນທີ່​ມີ​ຄຸນ​ງາມ​ຄວາມ​ດີ​ ຕໍ່​ການ​ປະ​ຕິ​ວັດ​ແຂວງ​ຕຽນ​ຢາງ, ເນື່ອງ​ໃນ​ໂອ​ກາດ​ທີ່​ຄະ​ນະ ເດີນ​ທາງ​ມາ​ຢ້ຽມ​ຢາມ ນະ​ຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​​ ເຈືອງ​ຮ່​ວາ​ບິ່ງ ຢັ້ງ​ຢືນ​ວ່າ: ພັກ ແລະ ລັດ​ ຍາມ​ໃດ​ກໍ່​ຈົດ​ຈຳ​ບັນ​ດາ​ການ​ເສຍ​ສະຫຼະ ແລະ ​ການອຸ​ທິດ​ສ່ວນ​ອັນ​ໃຫຍ່ຫຼວງ ຂອງ​ບັນ​ດາ​ນັກ​ຮົບ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ທົ່ວ​ປະ​ເທດ,  ​ທີ່ໄດ້​ປະ​ກອບ​ສ່ວນ​ ໃຫ້​ແກ່​ພາ​ລ​ະກິດຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເອ​ກະ​ພາບປະ​ເທດ​ຊາດ. ພັກ, ລັດ ຍາມ​ໃດ​ກໍ່ ເອົາ​ໃຈ​ໃສ່ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ ເພື່ອ​​ເບິ່ງ​ແຍງດູ​ແລ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ​ເພື່ອຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ດ້ານ​ວັດ​ຖຸ, ຈິດ​ໃຈ ​ໃຫ້​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ຕໍ່​ການ​ປະ​ຕິ​ວັດ. ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ​ ເຈືອງ​ຮ່​ວາ​ບິ່ງ ປາດ​ຖະ​ໜາ​ວ່າ: ​ຜູ້​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ ຕໍ່​ການ​ປະ​ຕິ​ວັດ​ແຂວງ​ຕຽນ​ຢາງ ຈະ​ສືບ​ຕໍ່ ເປັນ​ແບບ​ຢ່າງ ໃຫ້​ແກ່​ລຸ່ນ​ໜຸ່ມ​​ປະ​ຕິ​ບັດ​ຕາມ, ປະ​ກອບ​ສ່ວນກໍ່​ສ້າງ, ພັດ​ທະ​ນາທ້ອງ​ຖິ່ນ​ ໃຫ້​ນັບ​ມື້ນັບ​ຮັ່ງ​ມີ​ເຂັ້ມ​ແຂງ.

 

 

ຂ່າວ/ບົດ​ອື່ນ