ຮອງນາຍົກລັດຖະມົນຕີຫວຽດນາມເວືອງດິ່ງເຮະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງສະສົມແຫ່ງລັດ

ຮອງນາຍົກລັດຖະມົນຕີຫວຽດນາມເວືອງດິ່ງເຮະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງສະສົມແຫ່ງລັດ - ảnh 1
ທ່ານ ເວືອງດິ່ງເຫ້ວທີ່ກອງປະຊຸມ

(vovworld)- ໃນ​ຕອນ​ເຊົ້າ ວັນ​ທີ 5/8, ກົມ​ໃຫ​ຍ່​ສະ​ສົມ​ແຫ່ງ​​ລັດ ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ຂະ​ແໜງ​ສະ​ສົມ​ແຫ່ງ​ລັດ ຄົບ​ຮອບ 60 ປີ (7/8/1956-7/8/2016)  ແລະ ຕ້ອນຮັບ​ຫຼຽນ​ໄຊເອ​ກະ​ລາດ​ຊັ້ນ 1. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິ່ງ​ເຮະ ຍ້ອງຍ​ໍ​ສັນ​ລະ​ເສີນ​ ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ ທີ່​ຂະ​ແໜງ​ສະ​ສົມ​ແຫ່ງ​ຊາດ​ຍາດ​ມາ​ໄດ້. ຢືນ​ຢັນວ່າ: ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ ໃນ​ການ​ເຄື່ອນ​ໄຫວ​ສະ​ສົມແຫ່ງ​ລັດ ເປັນ​ການ​ຄຸ້ມ​ຄອງ​ທີ່​ມີ​ຄວາມ​ປອດ​ໄພ​ ກ່ຽວ​ກັບ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ ​ສິນ​ຄ້າ​ສະ​ສົມ​ແຫ່ງ​ຊາດ , ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮອງ​ໃຫ້​ຂະ​ແໜງ ​ສຸມ​ໃສ່​ຍົກ​ສູງ​ລະ​ດັບ​ວິ​ຊາ​ສະ​ເພາະ​ ດ້ານ​ວິ​ຊາ​ການ ຕາມ​ທິດ​​ລັກ​ສະ​ນະ​ອາ​ຊີບ​ ​ຜ່ານ​ການ​ຍູ້​ແຮງວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ເພື່ອ​ຄັດ​ເລືອກ​ເຕັກ​ໂນ​ໂລ​ຢີຄຸ້ມ​ຄອງ​ຮັກ​ສາ​ທີ່ກ້າວ​ໜ້າ, ກໍ່​ສ້າງ​ບັນ​ດາ​ມາດ​ຕະ​ຖານ​ເຕັກ​ນິກ​ແຫ່ງ​ຊາດ, ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ, ປັບ​ປຸງ​ລະ​ບ​ຽບ​ການ​ບໍ​ລິ​ຫານ. ທ່ານ ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ ສຸມ​ໃສ່​ລະ​ດົມ​ບັນ​ດາ​ແຫຼ່ງ​ການ​ເງິນ​ພາຍ​ໃນ ແລະ ນອກຂະ​ແໜງ ເພື່ອ​ສ້າງ​ລະ​ບົບ​ສາງ​ສະ​ສົມ​ແຫ່ງ​ຊາດ ໃຫ້​ທັນ​ສະ​ໄໝ​ຕາມ​ແຜນ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ; ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ການ​ເງິນ, ​ປະ​ຕິ​ບັດການ​ປະ​ຢັດ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຟຸມ​ເຟືອຍ, ຮັບ​ປະ​ກັນ​ແຫຼ່ງ​ການ​ເງິນ ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຮັກ​ສາ, ນຳ​ເຂົ້າ, ສົ່ງ​ອອກ, ກູ້​ຊ່ວຍ, ໜູນ​ຊ່ວຍ ແລະ ອຸ​ປະ​ຖຳ.


ຂ່າວ/ບົດ​ອື່ນ