ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຊີ້ນຳກ່ຽວກັບວຽກງານປ່ອຍທຶນODA

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຊີ້ນຳກ່ຽວກັບວຽກງານປ່ອຍທຶນODA - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຫົວໜ້າ​ຄະນະ​ຊີ້​ນຳ​
(ພາບປະກອບ)

(vovworld) - ວັນ​ທີ 12/8, ທີ່​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວກັບ ODA ​ແລະ ທຶນກູ້​ຢືມ​​ພິ​ເສດ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ ​ແລະ ປ່ອຍ​ແຫຼ່ງທຶນ​ນີ້ໃນ 6 ​ເດືອນ​ຕົ້ນ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຫົວໜ້າ​ຄະນະ​ຊີ້​ນຳ​ໄດ້​ສະຫຼຸບ​ວ່າ: ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ມີ​ອັດຕາ​​ປ່ອຍ​​ທຶນ ODA ​ໃນ​ລະດັບຕ່ຳ ​ຕ້ອງ​ປະຕິບັດວຽກ​ງານ​ບໍລິຫານ​ຢ່າງ​ຂ້ຽວຂາດ​ກ່ວາເພື່ອ​ແນ​ໃສ່​ຍົກ​​ອັດຕາ​​ປ່ອຍ​ທຶນ​ໃຫ້​ສູງ ​ແລະ ນຳ​ໃຊ້​ແຫຼ່ງທຶນ​ນີ້​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທີ່​ໄດ້​ຮັບ​ຊາບ​ແລ້ວ, ການ​ປ່ອຍ​ທຶນ ODA ​ແລະ ທຶນກູ້​ຢືມ​​ພິ​ເສດ​ໃນ 6 ​ເດືອນບັນລຸປະມານ 1,917 ຕື້ USD. ລະດັບ​ການ​ປ່ອຍ​ທຶນ​ນີ້​ຕ່ຳ​ກ່ວາ 38% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2014. ສາຍ​ເຫດ​​ທີ່ພາ​ໃຫ້ການ​ປະຕິບັດ ​ແລະ ການ​ປ່ອຍ​ທຶນ​ຊັກ​ຊ້າ​ຕົ້ນ​ຕໍ່​ແມ່ນສິ່ງ​ທີ່​ຕິດ​ຂັດ​ກ່ຽວ​ກັບ​ຂໍ້​ກຳນົດ, ມາດຕະ​ຖານ​ວິຊາ​ສະ​ເພາະ; ທີ່​ຕິດ​ຂັດ​ຍ້ອນ​ການ​ດັດ​ປັບ, ປ່ຽນ​ແປງ​ໃນ​ວິ​ກິດ​ການ​ປະຕິບັດ​ໂຄງການ; ​ຍ້ອນ​ຄວາມ​ແຕກ​ຕ່າງ​ກັນກ່ຽວ​ກັບ​ຂັ້ນ​ຕອນ, ລະບຽບ​ການ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ນັກ​ອຸປະ​ຖຳ ​ແລະ ​ໂດຍ​ທຶນ​ສົມທົບ​ບໍ່​ຄົບ​ຖ້ວນ ​ແລະ ທັນ​ການ, ວຽກ​ງານບຸກ​ເບີກ​ໜ້າ​ພຽງ​ເນື້ອ​ທີ່.

ຂ່າວ/ບົດ​ອື່ນ