ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນຮ່າໂນ້ຍ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນຮ່າໂນ້ຍ - ảnh 1
(ທ່ານ ຮ່ວາງຈູງຫາຍ ດຳລົງຕຳແໜ່ງ
ເລຂາທິການຄະນະພັກນະຄອນຮ່າໂນ້ຍ)

(vovworld) – ​    ຕອນ​ເຊົ້າ​ວັນ​ທີ 05/02, ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​ສຳລັບຕຳ​ແໜ່​ງ​ເລຂາທິການ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ. ທ່ານ ຟ້າ​ມມີ​ງຈີ໋ງ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ອ່ານ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ ​​ແຕ່ງ​ຕັ້ງ ທ່ານ ຮ່ວາງ​ຈູງ​ຫາຍ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ເຂົ້າ​​ຮ່ວມຄະນະ​ປະຈຳຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ແລະ ດຳລົງ​ຕຳ​ແໜ່ງ​​​ເປັນເລຂາທິການ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ​ຂໍ້​ຕົກລົງ, ທ່ານ ດິງ​ເທ໋ຮີງ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ໃຫ້​ຮູ້​ວ່າ: ກົມ​ການ​ເມືອງ ຫາ​ກໍ​ປະຊຸມ​​ແບ່ງ​ງານ ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູ​ງ​ແຕ່ງ​ຕັ້ງ​ໃຫ້ທ່າ​ນ ຮ່ວາງ​ຈູງ​ຫາຍ ​​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ອາຍຸ​ການ 2016 – 2021. ທ່ານ ຮ່ວາງ​ຈູງ​ຫາຍ ເປັນ​ພະນັກງານທີ່ມີ​ຄວາມ​ສາມາດ, ​​ເປັນ​ສະມາຊິກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ໃນຫລາຍ​ອາຍຸ​ການ ​ແລະ ຮັກສາ​ຫລາຍ​ຕຳ​ແໜ່​ງສຳຄັນ ​ແລະ ຫວ່າງ​ແລ້ວ​ນີ້ ​ແມ່ນ​ຮັກສາ​ຕຳ​ແໜ່​ງ​ເປັນຮອງ​ນາຍົກ​ລັດຖະມົນຕີ​ໃນ 2 ອາຍຸ​ການ​ລຽນຕິດ​ຜ່ານ​ມາ. ກົມ​ການ​ເມືອງ ​ເຊື່ອ​ໝັ້ນ​ວ່າ: ທ່ານ ຮ່ວາງ​ຈູງ​ຫາຍ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ, ບົດຮຽນ ​ແລະ ຄຸນ​ນະ​ທາດ​ຂອງ​ຕົນ ພ້ອມ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ ​ແລະ ອົງຄະ​ນະ​ພັກ​ນະຄອນ ຮ່າ​ໂນ້ຍ ປະຕິບັດ​ບັນດາ​ໜ້າ​ທີ່​ສຳຄັນ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ.

 

 


ຂ່າວ/ບົດ​ອື່ນ