ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບຄະນະຜູ້ແທນ Slovakia

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບຄະນະຜູ້ແທນ Slovakia - ảnh 1
(ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບ
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Lassakova)


(vovworld) - ຕອນ​ບ່າຍ​ວັນ​ທີ 2/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ ຮອງ​ນາຍົກລັດຖະມົນຕີຮ່ວາງ​ຈູງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ Slovakia, ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Lassakova ​ເປັນ​ຫົວໜ້າ​ຄະນະ, ພວມຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​​ເຂົ້າຮ່ວມ IPU 132. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ​ ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ກັບ Slovakia ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ທ່ານ​ສະ​ເໜີ Slovakia ຊຸກຍູ້ ອີ​ຢູ ສຳ​ເລັດ​ການ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ກນຄ້າ​ເສລີ​ຫວຽດນາມ - ອີ​ຢູ ​ແລະ ຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ​ແລະ ​ເປັນ​ຂົວ​ຕໍ່ ​ເພື່ອ​ໃຫ້ Slovakia ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ນີ້. ສ່ວນ​ທ່ານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ Lassakova ​ກໍ່​ສະ​ແດງ​ຄວາມ​ປາຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ Slovakia ຄວນ​ຊຸກຍູ້​ການ​ຮ່ວມ​ມື ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​​ຢ່າງ​ແຮງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ