ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບປະທານຄະນະກຳມະການຮ່ວມມືເສດຖະກິດແມ່ຂອງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບປະທານຄະນະກຳມະການຮ່ວມມືເສດຖະກິດແມ່ຂອງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​
ການ​ຕ້ອນຮັບ​ທ່ານ Yoichi Kobayashi
(ພາບ: VGP/NguyenLinh)

(vovworld) – ຕອນ​ບ່າຍ​ວັນ​ທີ 27/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Yoichi Kobayashi ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ​ແມ່​ຂອງ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ (JCCI) ຊຶ່ງ​ພວມນຳ​ໜ້າ​ຄະນະ​ວິ​ສາ​ຫະກິດ ຍີ່ປຸ່ນ ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ປາດ​ຖະໜາ​ຢາກ​​ໃຫ້ວິ​ສາ​ຫະກິດ 2 ຝ່າຍ​ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ແລກປ່ຽນ​ຄ້າຂາຍ, ​ລົງທຶນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ບຸລິມະສິດ ​ໃນ​ຍຸດ​ທະ​ສາດຫັນ​ເປັນ​ອຸດສາຫະກຳ ​ໃນ​ຂອບ​ເຂດ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ. ທ່ານ Yoichi Kobayashi ​​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ຄະນະ JCCI ມາ ຫວຽດນາມ ​ແມ່ນ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ສຳນັກງານ​ຂອງ ຫວຽດນາມ, ສືບ​ຕໍ່​ສຳ​ຫລວດ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ, ພື້ນຖານ​​ໂຄງ​ລ່າງ​ອຸດສາຫະກຳ ຫວຽດນາມ​ ຢູ່ບາງ​ເຂດ ອຸກ​ສາ​ຫະກຳ ຫວຽດນາມ ​ເພື່ອ​ລົງທຶນ.​ JCCI ປາດ​ຖະໜາ​ຢາກ​ໃຫ້​ລັດຖະບານ ຫວຽດນາມ ສ້າງ​ເງື່ອນ​ໄຂ​ດີ​ກ່ວາ​ອີກ ​ໃຫ້​ແກ່ການ​ແລກປ່ຽນ​ຄ້າຂາຍ, ລົງທຶນລະຫວ່າງ​ວິ​ສາ​ຫະກິດ 2 ຝ່າຍ, ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ກົນ​ໄກ​ສົ່ງ​ເສີມ, ສ້າງ​ຄວາມ​ສະດວກ​ໃຫ້​ກຸ່ມ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ​ໄດ້​ເຂົ້າ​ຮ່ວມ​ໃນ​ລະບົບ​ການ​ຜະລິດນານາ​ຊາດ, ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ທັກ​ສະ.

ຂ່າວ/ບົດ​ອື່ນ