ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບລັດຖະມົນຕີພັດທະນາບ້ານ,ເຂດດ້ອຍພັດທະນາແລະອົບພະຍົບອິນໂດເນເຊຍ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບລັດຖະມົນຕີພັດທະນາບ້ານ,ເຂດດ້ອຍພັດທະນາແລະອົບພະຍົບອິນໂດເນເຊຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​
ຕ້ອນຮັບ​ທ່ານ Marwan Jafar
(ພາບ: VGP/NguyenLinh)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Marwan Jafar ລັດຖະມົນຕີ​ວ່າການ​ກະຊວງ​ພັດທະນາ​ບ້ານ, ​ເຂດດ້ອຍ​ພັດທະນາ ​ແລະ ອົບ​ພະຍົບ ອິນ​ໂດ​ເນ​ເຊຍ ທີ່ນຳ​ໜ້າ​ຄະນະ​ຜູ້​ແທນ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ທີ່​ມາ​ແຕ່ດົນ​ນານ​ລະ​ຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ອິນ​ໂດ​ເນ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ​ 4 ຂອງ ຫວຽດນາມ ​ໃນ ອາ​ຊຽນ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ການ​ລົງທຶນ​ໃຫຍ່​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ກັບ ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ຂົງ​ເຂດ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ສົມທົບ​ສະ​ແຫວ​ງຫາການໜູນຊ່ວຍ​ແຫຼ່ງກຳລັງ​ສາກົນ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ດັ່ງກ່າວ, ຮ່ວມ​ມື​ກໍ່ສ​້າງບັນດາ​ໂຄງການ​ລວມ, ຮູບການ​​ເຕີບ​ໂຕວິທີການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະຊາຊົນເຂດ​ທະ​ເລ, ​ເຂດຫ່າງ​ໄກ​ສອກຫຼີກ.

        ສ່ວນ​ທ່ານ Marwan Jafar ​ໃຫ້​ຮູ້​ວ່າ: ການ​ປະຕິບັດ​ວຽກງານ​ຂອງ​ຄະນະ​ຜູ້​ແທນ​ກະຊວງ​ພັດທະນາ​ບ້ານ, ​ເຂດດ້ອຍ​ພັດທະນາ ​ແລະ ອົບ​ພະຍົບ ອິນ​ໂດ​ເນ​ເຊຍ ​ມີ​ຜົນງານ​ຕັ້ງໜ້າຫລາຍ​ຢ່າງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ.

ຂ່າວ/ບົດ​ອື່ນ