ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມພິທີເປີດສະຫຼອງໂຄງການUreຮ່າບັກເປີດກ້ວາງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມພິທີເປີດສະຫຼອງໂຄງການUreຮ່າບັກເປີດກ້ວາງ - ảnh 1
ທ່ານ ຮ່​ວາງ​ຈູງ​ຫາຍ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)

(vovworld) – ວັນ​ທີ 19/6, ຢູ່​ແຂວງ ບັກ​ຢ​າງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະຫຼອງ​ໂຄງ​ການ Ure ​ຮ່າບັກ ເປີດ​ກ້​ວາງ​ຂອງບ​ໍ​ລິ​ສັດ​ຝຸ່ນ​ເຄ​ມີ ຮ່າບັກ​. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາ​ງ​ຈູງ​ຫາຍ ຕີ​ລາ​ຄານີ້​ແມ່ນ​ໂຄງ​ການ​ສຳ​ຄັນ​ນອນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ເຄ​ມີ ເພື່ອ​ແນ​ໃສ່​ຜະ​ລິດ​ Ure ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຜະ​ລິດ​ກະ​ສິ​ກຳ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ບໍ​ລິ​ສັດ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ທົດ​ລອງ ແລະ ປັບ​ປຸງ​ກາ​ນ​ຜະ​ລິດ​ຢ່າ​ງ​ຮີບ​ດ່ວນ, ເພີ່ມ​ທະ​ວ​ີ​ວຽກ​ງານ​ຄຸ້ມ​ຄອງ, ມີ​ບັນ​ດາມ​າດ​ຕະ​ການ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ​ເພື່ອ​ນຳ​ໂຮງ​ງານ​ເຂົ້າ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ບັນ​ດາ​ມາດ​ຖານ​ຂອງ​ໂຄງ​ການ​ໂດຍ​ໄວ.

        ໂຄງ​ການ​ປັບ​ປຸງ ແລະ ເປີດ​ກ້​ວາງ​ໂຮງ​ງານ​ Ure ​ຮ່າ​ບັກ ແມ່ນ​ໂຄງ​ການ​ຈຸດ​ສຸມ, ນອນ​ໃນ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ຂອງ​ກຸ່ມ​ບໍ​ລິ​ສັດ​ເຄ​ມີ ຫວຽດ​ນາມ. ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ນັບ​ແຕ່​ທ້າຍ​ປີ 2010, ພາຍຫຼັງ​ເກືອບ 50 ເດືອນ​ແຫ່ງ​ການລົງ​ມືກໍ່​ສ້າງ, ມາ​ຮອດ​ປະ​ຈຸ​ບັນ, ສາຍ​ສົ່ງເລກ 2 ຂອງ​ໂຄງ​ການ​ໄດ້​ຮັບ​ການ​ປັບ​ປຸງ - ເປີດ​ກ້​ວາງ​, ໂຮງ​ງານ​ Ure ຮ່າ​ບັກ ຖືກ​ນຳເຂົ້າ​ເຄື່ອນ​ໄຫວ, ບໍ່​ພຽງ​ແຕ່​ສະໜອງ Ure ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມ​ຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ