ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍເຂົ້າຮ່ວມພິທີເປີດໂຮງງານບຳບັດນ້ຳເສຍບັກນິງ

ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍເຂົ້າຮ່ວມພິທີເປີດໂຮງງານບຳບັດນ້ຳເສຍບັກນິງ - ảnh 1
ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ
ເຂົ້າຮ່ວມພິທີເປີດໂຮງງານບຳບັດນ້ຳເສຍບັກນິງ
(ພາບ: hanoimoi.com.vn)


(vovworld) – ​​ເລື່ອງ​ສຸມ​ໃສ່​ພັດທະນາ​ບັນດາ​​ໂຄງການ​ແກ້​ໄຂ​ສິ່ງ​ແວດ​ລ້ອມຕ້ອງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ຂອງ​ທົ່ວ​ປະ​ເທດ, ທົ່ວ​ປວງ​ຊົນ, ຂອງ​ທຸກຂະ​ແໜງ​ການ. ບັນດາ​ທ້ອງຖິ່ນຕ້ອງ​ຖື​ສິ່ງ​ແວ​້ດລ້ອມ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຖານ​ຕີ​ລາຄາ​ກ່ຽວ​ກັບ​ລະ​ດັບ​ການ​ພັດທະນາ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸງ​ຫາຍ, ທີ່​ພິທີ​ເປີດ​ໂຮງງານ​ບຳບັດ​ນ້ຳ​​ເສຍ, ​ເທດສະບານ​ຕື່​ເຊີນ, ​ແຂວງບັກ​ນິງ ​ແລະ ລະບົບ​​ເກັບໂຮມ​ນ້ຳ​​ເສຍ ຂຶ້ນ​ກັບ​ໂຄງ​ການ​ລົງທຶນ​ກໍ່ສ້າງລະບົບ​ບຳບັດ​ນ້ຳ​​ເສຍ ຕາ​ແສງ ​ເຈົາ​ເຄ, ​ເທ​ດສະ​ບານ​ຕື່​ເຊີນ (ໄລຍະ 1).

        ​ໂຄງການ​ກໍ່ສ້າງໂຮງງານ​ບຳບັດ​ນ້ຳ​ເສຍ ແລະ ລະບົບ​​ເກັບໂຮມ​ນ້ຳ​​ເສຍ ຂຶ້ນ​ກັບ​ໂຄງ​ການ​ລົງທຶນ​ລະບົບ​ບຳບັດ​ນ້ຳ​​ເສຍ ຕາ​ແສງ ​ເຈົາ​ເຄ, ​ເທ​ດສະ​ບານ​ຕື່​ເຊີນ,  ​​ໄລຍະ 1 ມີ​ເງິນ​ລົງທຶນ​ເກືອບ 800 ຕື້​ດົງ, ​ໄລຍະ 2 ​ແມ່ນ​ປະມານ 1.200 ຕື້​ດົງ.

ຂ່າວ/ບົດ​ອື່ນ