ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງລານບິນຂື້ນ-ລົງເລກ2,ສະໜາມບິນກາມແຣງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງລານບິນຂື້ນ-ລົງເລກ2,ສະໜາມບິນກາມແຣງ - ảnh 1
ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມພິທີເລີ່ມລົງມື
ກໍ່ສ້າງລານບິນຂື້ນ-ລົງເລກ2,ສະໜາມບິນກາມແຣງ
(ພາບ: VGP/Nguyên Linh)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 15/3, ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່​ມ​ລົງ​ມືກໍ່​ສ້າງ​​ລານ​ບິນ​ຂື້ນ - ລົງ​ເລກ 2, ສະ​ໜາມ​ບິນ ກາມ​ແຣງ, ແຂວງ ແຄ໋ງ​ຮ່​ວາ. ໂຄງ​ການນີ້​ມີ​ຍອດ​ເງິນ​ລົງ​ທຶນ​ກ່​ວາ 1.900 ຕື້​ດົ່ງ, ໂດຍ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ​ແຂວງ ແຄ໋ງ​ຮ່​ວາ​ເປັນ​ເຈົ້າ​ພາບ​ລົງ​ທຶນ, ກໍ່​ສ້າງ​ໃນ​​ໄລ​ຍະ 36 ເດືອນ. ເລື່ອງກໍ່​ສ້າງ​​ລານ​ບິນ​ຂື້ນ - ລົງ​ເລກ​ 2 ເພື່ອ​ແທນ​ໃຫ້​ລານ​ບິນ​ເລກ 1, ​ທີ່​ໄດ້​ນຳ​ໃຊ້​ເປັນ​ເວ​ລາ​ກ່​ວາ 40 ປີ​​ແລ້ວ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຖື​ວ່າ: ຊຸມ​ປີ​ຜ່ານ​ມາ, ປະ​ລິ​ມານ​ແຂກ​ໄປ ມາ​ຜ່ານສະ​ໜາ​ມ​ບິນ​ສາ​ກົນ​ເພີ່ມ​ຂຶ້ນຫຼາຍ, ພາ​ໄປ​ເຖິງ​ເລື່ອງ​ພື້ນ​ຖານ​ໂຄງ​ລ່າງບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້. ດັ່ງ​ນັ້ນ, ເພື່ອ​ໃຫ້​​ລານ​ບິນ ຂື້ນ - ລົງ​ເລກ​ 2 ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ, ນຳ​ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ, ບັນ​ດາ​ເຈົ້າ​ຂອງ​ລົງ​ທຶນ, ນັກ​​ປະ​ມູນ ພ້ອມ​ກັບ​ບັນ​ດາ​​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ຕ້ອງ​ສົມ​ທົບ​ກັນ​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ທີ່​ໄດ້​ອະ​ນຸ​ມັດ​ຜ່ານ​ໃນ​ໂຄງ​ການ​ຢ່າງ​ຖືກ​ຕ້ອງ:

        “ເລື່ອງກໍ່​ສ້າງ​​ລານ​ບິນ ຂື້ນ - ລົງ​ເລກ​ 2 ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ, ຮີບ​ດ່ວນ ເພື່ອ​​ໃຫ​້ພວກ​ເຮົາ​ປະ​ຕິ​ບັດ​ສຳ​ເລັດ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ສະ​ໜາມ​ບິນ​ສາ​ກົນ ກາມ​ແຣງ​ເທື່ອ​ລະ​ກ້າວ ແລະ ຮັບ​ປະ​ກັນ​ພາ​ລະ​ໜ້າ​ທີ່​ຕາມ​ແຜນ​ກຳ​ນົດ​ທີ່ໄດ້​ອະ​ນຸ​ມັດ​ແລ້ວ, ພ້ອມ​ທັງ​ຕອບ​ສະ​ໜອງ​ໜ້າ​ທີ່​​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖິ່ນ, ​ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ແຮງບໍ່​ພຽງ​ແຕ່​ຂອງ​ແຂວງ ແຄ໋ງ​ຮ່​ວາ ເທົ່າ​ນັ້ນ, ຫາ​ກ​ຍັງ​ຂອງ​ບັນ​ດາ​ແຂວງ​ພາກ​ກາງ ແລະ ໄຕ​ງວຽນ​ອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ