ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເປັນປະທານກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດ,ປ້ອງກັນ,ຕ້ານພາຍຸRammasun

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເປັນປະທານກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດ,ປ້ອງກັນ,ຕ້ານພາຍຸRammasun - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
(ພາບປະກອບ)

(vovworld) – ຕາມ​ສູນ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດສູນ​ກາງ​ແລ້ວ, ​ເວລາ 4 ​ໂມງ​ວັນ​ທີ 17/7, ສູນກາງ​ຂອງ​ພາຍຸ​ຫ່າງ​ຈາກ​ໝູ່​ເກາະ ຮ່ວາງ​ຊາ​ ​ໄປ​ທາງ​ທິດຕາ​ເວັນ​ອອກ - ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະນາມ 460 ກມ. ຄວາມ​ແຮງ​ຂອງ​ລົ​ມ​ແມ່ນ​ແຮງ​ທີ່​ສຸດ​ຢູ່ສູນກາງ​ພາຍຸ​ແມ່ນ​​ຈາກ 118 ​– 149 ກມ/​ຊົ່ວໂມງ.

    ນີ້​ແມ່ນ​ພາຍຸ​ລູກ​ແຮງ​ທີ່​ສຸດ, ​​ເຄື່ອນ​ຍ້າຍ​ໄວ ​ແລະ ມີ​ການ​ຜັນ​ແປ​ຢ່າງ​ສັບສົນ. ຕໍ່ໜ້າ​ການ​ຜັນ​ແປ​ຂອງ​ພາຍຸ, ຕອນ​ເຊົ້າ​ວັນ​ທີ 17/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ຂອງ​ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ​ພາຍຸນ້ຳ​ຖ້ວມ​ສູນ​ກາງ ກັບ​ບັນດາ​ທ້ອງ​ຖີ່​ນຄາດ​ວ່າ​ຈະ​ຖືກ​ຜົນ​ສະທ້ອນ​ຂອງ​ພາຍຸ​ເພື່ອ​ກະກຽມ​ວິທີ​ຍົກຍ້າຍປະຊາຊົນ​ຢູ່​ບັນດາ​ເຂດ​ອັນຕະລາຍ, ສຸມ​​ກຳລັງ, ກຽມພ້ອມພາຫະນະ​ເພື່ອ​ຮັບ​ມື​ກັບ​ພາ​ຍຸພັດ​ເຂົ້າ​ດິນ​ຕໍ່​ແຜ່ນ.

    ຕໍ່​ໜ້າ​ທໍລະນີ​ສູນກາງ​ຂອງ​ພາ​ຍຸ​​ເຄື່ອນເຂົ້າ​ແຂວງ ກວາງ​ນິງ, ຫາຍ​ຟ່ອງ, ​ຕອນ​ເຊົ້າ​ວັນ​ທີ 17/7, ​ແຂວງ ກວາງ​ນິງ ​ໄດ້ອອກ​ຄຳ​ສັ່ງ​ຕ້ານ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທຸກໆ​ທ້ອງ​ຖີ່​ນປະກາດ​ໃຫ້​ປະ​ຊາ​ຊົນ, ຊາວ​ປະມົງ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ການ​ຜັນ​ແປ​ຂອງ​ພາຍຸ, ກະກຽມ​ບັນດາ​ວິທີ​ຮັບ​ມື. ທ່ານ ຟ້າ​ມມິ​ງຮ່ວາ, ຫົວໜ້າ​ຫ້ອງການ​ຄະນະ​ບັນຊາ​ການ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ ​ແລະ ຊອກ​ຫາກູ້​ໄພ​ກູ້​ຊີບ​ແຂວງ ກວາງ​ນິງ, ​ໃຫ້​ຮູ້​ວ່າ​:

    “ອົງການຂຸດ​ຄົ້ນ​ປົກ​ປັກ​ຮັກສາ​ສິນ​ໃນ​ນ້ຳຂອງ​ແຂວງ​ຈະ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ກຳ່​ປັ່ນ​ພວມ​ຫາ​ປາ​ຢູ່​ໄກ​ຝັ່ງ ​ແລະ ພໍ່​ແມ່​ປະຊາຊົນ, ຮຽກຮ້ອງ​​ໃຫ້​ກັບ​ເມືອ​ດິນ​ຕໍ່​ແຜ່ນ​ໃນ​ທັນທີ ​ແລະ ບ່ອນ​ຫຼີກ​ໄພ, ຍົກຍ້າຍປະຊາຊົນ​​ໄປ​ຍັງ​ເຂດ​ປອດ​ໄພ. ສະ​ເພາະ​ກຳ​ປັ່ນ​ຫາ​ປາ​​ໃກ້​ຝັ່ງ, ພາຍຫຼັງ​ໄດ້​ຮັບ​ສຳ​ສັ່ງ​ຫ້າມ​ການ​ເຄື່ອນ​ໄຫວ​ໃນ​ທະ​ເລ​ພຽງ 2, 3 ຊົ່ວ​ໂມງ​ກໍ່​ເຂົ້າ​ບ່ອນ​ຫຼີກ​ພາຍຸຢ່າງ​ປອດ​ໄພ.”


ຂ່າວ/ບົດ​ອື່ນ