ຮອງນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລສັບພະວິຊາ

(VOVWORLD) - ຕອນເຊົ້າວັນທີ 27 ຕຸລາ, ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ.
ຮອງນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລສັບພະວິຊາ - ảnh 1 ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ມະຫາວິທະຍາໄລສັບພະວິຊາ (ພາບອິນເຕີແນັດ)

ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ່ຽນເຍິນ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ່ຽນເຍິນ, ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ມະຫາວິທະຍາໄລສັບພະວິຊານະຄອນ ຈະປະກອບສ່ວນເຂົ້າບັນດາແຜນຮ່າງຈຸດສຸມຂອງນະຄອນ ໂຮ່ຈີມິນ. ໃນນັ້ນເສີມຂະຫຍາຍກຳລັງບົ່ມຊ້ອນທີ່ີຫົວຄິດປະດິດສ້າງຂອງຂະແໜງການຕ່າງໆ ນັບແຕ່ການຄຸ້ມຄອງສະຫຼາດໃນລະດັບການກໍ່ສ້າງ, ວາງແຜນກຳນົດຍຸດທະສາດນະຄອນ, ກໍ່ສ້າງພື້ນຖານເຕົ້າໂຮມຂໍ້ມູນລວມ ຕະຫຼອດຮອດການພັດທະນາຂະແໜງສະຫຼາດຕ່າງໆຄືການຄົມມະນາຄົມສະຫຼາດ, ການແພດສະຫຼາດ, ການສຶກສາສະຫຼາດ“.

        ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1957, ມາຮອດປະຈຸບັນ, ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນມະຫາວິທະຍາໄລເຕັກນິກແຖວໜ້າ 3 ແຫ່ງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ