ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງ ເຮັດວຽກຢູ່ແຂວງ ຊອກຈັງ

(VOVWORLD) - ວັນທີ 17 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກຢູ່ແຂວງຊອກຈັງ. 
ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງ ເຮັດວຽກຢູ່ແຂວງ ຊອກຈັງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ມອບຂອງຂວັນໃຫ້ນັກຮຽນທຸກຍາກຊາວເຜົ່າຂະແມ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ສະເໜີວ່າ: ເພື່ອບັນລຸໄດ້ບັນດາຄາດໝາຍພັດທະນາໄວ, ແຂງແຮງ, ຍືນຍົງ, ແຂວງ ຊອກຈັງ ຄວນປະຕິບັດບັນດານະໂຍບາຍຊົນເຜົ່າໃຫ້ດີກ່ວາອີກ, ສຸ້ຊົນຫລຸດອັດຕາຄອບຄົວທຸກຍາກໃນປະຊາຊົນຊົນເຜົ່າໃນແຕ່ລະປີບັນລຸ 3% ຂຶ້ນໄປ, ປະຕິບັດການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນບົນດາເຜົ່າ ເປັນຢ່າງດີ. ພ້ອມທັງຍູ້ແຮງການໂຄສະນານະໂຍບາຍ, ກົດໝາຍຂອງລັດເຖິງປະຊາຊົນ, ສ້າງເງື່ອນໄຂດີສຸດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ຊົມໃຊ້ນະໂຍບາຍຂອງລັດ ກ່ຽວກັບການໜູນຊ່ວຍລົງທຶນພັດທະນາເສດຖະກິດ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໄດ້ຮ່ຳຮຽນ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ນັກຮຽນທຸກຍາກຊາວເຜົ່າ ຂະແມ 100 ຄົນ ແລະ ຂອງຂວັນ 40 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຊາວເຜົ່າ ຂະແມ ຢູ່ຕາແສງ ຟູ໋ເຕີນ, ເມືອງເຈົາແທ່ງ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ ຫວຽນາມ ວິລະຊົນ ໂຕທິຕົດ.

ຕອບກັບ

ຂ່າວ/ບົດ​ອື່ນ