ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຂົ້າຮ່ວມລາຍການ“ລະດູບານໃໝ່ຢູ່ເຂດໝູ່ເກາະ”

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຂົ້າຮ່ວມລາຍການ“ລະດູບານໃໝ່ຢູ່ເຂດໝູ່ເກາະ”  - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຈືອງ​ຮ່​ວາ​ບີງ ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ “ລະ​ດູ​ບານ​ໃໝ່​ຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ” ຄັ້ງ​ທີ 2

(vovworld)- ວັນ​ທີ 17/12, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ລັດ​ຖະ​ບານ​ຫວຽດ​ນາມ ເຈືອງ​ຮ່​ວາ​ບີງ ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບານ​ໃໝ່​ຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ” ຄັ້ງ​ທີ 2 ໂດຍກອ​ງ​ທຶນ​ສຶກ​ສາ ວື​ອາຢິ້ງ, ສະ​ໂມ​ສອນ “ເພື່ອ​ຮ່​ວາງ​ຊາ ແລະ ເຈື​ອ່ງ​ຊາ​ທີ່​ຮັກ​ແພງ” ສົມ​ທົບ​ກັບ​ສະ​ຖາ​ນີ​ໂທ​ລະ​ພາບນະ​ຄອນໂຮ່​ຈິ​ມິນ​ຈັດ​ຂຶ້ນ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ລັດ​ຖະ​ບານ​ຫວຽດ​ນາມ ເຈືອງ​ຮ່​ວາ​ບີງ ໄດ​້​ຕີ​ລາ​ຄາ​ສູງຄວາມ​ໝາຍ​ຂອງ​ ລາຍ​ການ “ລະ​ດູ​ບານ​ໃໝ່​ຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ” ຊຶ່ງ​ຖືກ​ຈັດ​ຂຶ້ນ​ເປັນຄັ້ງ​ທີ 2 ແລະ ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້ແມ່ນ​ຂົວເຊື່ອມ​ຕໍ່​ທີ່​ແທດ​ຈິງ​ຂອງ​ບັນ​ດາ​ນ້ຳ​ໃຈ​ຄວາມ​ຮັກ​ແພງ ແລະ ຄວາມ​ເຊື່ອ​ໝັ້ນ​ລະ​ຫວ່າງ​ດິນ​ຕໍ່​ແຜ່ນ ແລະ ເຂດ​ໝູ່​ເກາະ​ທະ​ເລ.
ຂ່າວ/ບົດ​ອື່ນ