ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມໂຄງການ “ຮັກສາໃຫ້ຊີວິດສະຫງົບສຸກ”

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວມໂຄງການ “ຮັກສາໃຫ້ຊີວິດສະຫງົບສຸກ” - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ເຈືອງ​ຮ່​ວາ​ບີ່ງ ແລະ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍ​ການ

(vovworld) –  ​ຕອນ​ຄ່ຳ​ວັນ​ທີ 9/12, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ພົບ​ປະ​ກັ​ບ​ບັນ​ດາ​ແບບ​ຢ່າງ​ໃນ​ການ​ປ້ອງ​ກັນ, ຕ້າ​ນ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ດ້ວຍ​ຫົວ​ຂໍ້​ວ່າ “ຮັກ​ສາ​ໃຫ້​ຊີ​ວິດ​ສະ​ຫງົບ​ສຸກ”. ລາຍ​ການ​ໄດ້​ຍ້ອງ​ຍໍ​​ສັນ​ລະ​ເສີນ 132 ແບບ​ຢ່າງ​​ທີ່ມີ​ຜົນ​ງານ​ດີ​ເດັ່ນ​ພິ​ເສດ​ໃນ​ການ​ປ້ອງ​ກັນ, ຕ້ານອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດໃນ​ທົ່ວ​ປະ​ເທດ. ພິ​ເສດ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ ແລະ ​ເຊີດ​ຊູພະ​ນັກ​ງານ, ນັກ​ຮົບ ແລະ ​ໝູ່ມາ​ຫະ​ຊົນ 22 ຄົນ​ທີ່​​ໄດ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ຂະ​ນະ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ນຳ​ມ​າ​ເຊິ່ງ​ຊີ​ວິດ​ສະ​ຫງົບ​ສ​ຸກ​ໃຫ້​ແກ່​ປະ​ຊາ​ຊົນ. ເນື່ອງ​ໃນ​ໂອ​ກາດນີ້, ກະ​ຊວງ​ຕຳຫຼ​ວດ ໄດ້​ມອບຫຼຽນ​ທີ່​ລະ​ນຶກ “​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ປະ​ເທດ​ຊາດ” ໃຫ້​ບັນ​ດາ​ຍາດ​ຕິ​ພີ່ນ​້ອງ​​ຂອງບັນ​ດາ​ນັກ​ຮົບ​ຕຳຫຼວດ​ທີ່​ຖືກ​ເສຍ​ສະຫຼະ​ຊີ​ວິດ, ບັ​ນ​ດາ​ແບບ​ຢ່າງ​ນອກ​ຂະ​ແໜງ​ຕຳຫຼວດ ມີ​ຜົນ​ງານ​ໃນ​ແນວ​ຮົບ​ປ້ອງ​ກັນ, ຕ້າ​ນຢາ​ເສບ​ຕິດ.


ຂ່າວ/ບົດ​ອື່ນ