ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຈລະຈາກັບຊາວປະມົງກ່ຽວກັບນະໂຍບາຍທົດແທນຄ່າເສຍຫາຍ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຈລະຈາກັບຊາວປະມົງກ່ຽວກັບນະໂຍບາຍທົດແທນຄ່າເສຍຫາຍ - ảnh 1
ທ່ານ ​ເຈືອງ​ຮ່ວາ​ບີ​ງ ແລະ ​ຊາວ​ປະມົງ​ຕາ​ແສງ ​ແກງ​ເຢືອງ
(ພາບ: ກວາງບີງ)


(vovworld) – ​ ຕອນ​ບ່າຍ​ວັນ​ທີ 30/10, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ​ຜູ້ປະຈຳການ​ລັດຖະບານ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ມີ​ການ​ເຮັດ​ວຽກ, ​ເຈລະຈາ​ກັບ​ຊາວ​ປະມົງ​ຕາ​ແສງ ​ແກງ​ເຢືອງ (​ເມືອງ ກວາງ​ແຈ້ກ, ​ແຂວງ ກວາງ​ບີ​ງ) ກ່ຽວກັບ​ນະ​ໂຍບາຍ​ທົດ​ແທນ​ຄ່າ​ເສຍ​ຫາຍຈາກເຫດ​ມົນ​ລະ​ພິດ​ສະພາບ​ແວດ​ລ້ອມທະ​ເລ ​ໂດຍ Formosa ຮ່າ​ຕີງ ກໍ່ຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແບ່ງປັນຄວາມຫຍຸ້ງຍາກຈາກເຫດມົນລະພິດສະພາບແວດລ້ອມທະເລກໍ່ຂຶ້ນສຳ ລັບຊີວິດການ ເປັນຢູ່ຂອງປະຊາຊົນ 4 ແຂວງພາກກາງເວົ້າລວມ, ພໍ່ແມ່ປະຊາຊົນຊາວປະມົງ ແກງເຢືອງ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຮີບ​ເຮັ່ງຜັນຂະຫຍາຍບັນດາມາດຕະການ ໜູນຊ່ວຍຊາວ​ປະມົງ ​ເພື່ອ​ໃຫ້​ຊີວິດ​ການ​​ເປັນ​ຢູ່​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ, ປະກາດ​ໃຊ້ກຳ​ນົດລະດັບ​ທົດ​​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ຊາວ​ປະມົງຖືກ​ເສຍ​ຫາຍ​ໂດຍ​ເຫດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່ 4 ​ແຂວງ​ພາກ​ກາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ກໍ່​ຮັບຮອງ​ເອົາ​ບັນດາ​ຂໍ້​ສະ​ເໜີຂອງ​ຊາວ​ປະມົງ ​ແກງ​ເຢືອງ, ສະ​ເໜີ​ຜູ້ຕາງໜ້າ​ການ​ນ​ຳບັນດາ​ກະຊວງ, ຂະ​ແໜງ​ການ​ພິຈາລະນາ ​ເພື່ອ​ເພີ່ມ​ເຕີມ, ປັບປຸງ​​ເປົ້າ​ໝາຍ ​ແລະ ກຳນົດ​ລະດັບ​ຄ່າ​ທົດ​ແທນ​ ​ເພື່ອ​ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ ບໍ່​ປະ​ໃຫ້​ເກີດ​ສະພາບ​ເປົ້າ​ໝາຍ​ຖືກ​ຜົນ​ເສຍ​ຫາຍ ບໍ່​ໄດ້​ຮັບ​ຄ່າ​ທົດ​ແທນ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບັນດາ​ຕາ​ແສງ​ເຂດ​ທະ​ເລ.

 

ຂ່າວ/ບົດ​ອື່ນ